1 / 13

ມີນັກສຶກສາຍິງສາວຄົນໜຶ່ງ ບໍ່ຮູ້ວ່າມີເລື່ອງຫຍັງເກີດຂື້ນ, ລາວໄດ້ຂ້າໂຕຕາຍ.

ລະຫວ່າງຕົ້ນປີທີ່ຜ່ານມາ, ຢູ່ທີ່ຫໍພັກນັກສຶກສາ ຂອງມະຫາວິທະຍາໄລແຫ່ງໜຶ່ງ ໄດ້ມີເລື່ອງບໍ່ໜ້າຄາດຄິດເກີດຂື້ນ…. ມີນັກສຶກສາຍິງສາວຄົນໜຶ່ງ ບໍ່ຮູ້ວ່າມີເລື່ອງຫຍັງເກີດຂື້ນ, ລາວໄດ້ຂ້າໂຕຕາຍ.

clodia
Download Presentation

ມີນັກສຶກສາຍິງສາວຄົນໜຶ່ງ ບໍ່ຮູ້ວ່າມີເລື່ອງຫຍັງເກີດຂື້ນ, ລາວໄດ້ຂ້າໂຕຕາຍ.

An Image/Link below is provided (as is) to download presentation Download Policy: Content on the Website is provided to you AS IS for your information and personal use and may not be sold / licensed / shared on other websites without getting consent from its author. Content is provided to you AS IS for your information and personal use only. Download presentation by click this link. While downloading, if for some reason you are not able to download a presentation, the publisher may have deleted the file from their server. During download, if you can't get a presentation, the file might be deleted by the publisher.

E N D

Presentation Transcript


  1. ລະຫວ່າງຕົ້ນປີທີ່ຜ່ານມາ, ຢູ່ທີ່ຫໍພັກນັກສຶກສາ ຂອງມະຫາວິທະຍາໄລແຫ່ງໜຶ່ງ ໄດ້ມີເລື່ອງບໍ່ໜ້າຄາດຄິດເກີດຂື້ນ…

  2. ມີນັກສຶກສາຍິງສາວຄົນໜຶ່ງ ບໍ່ຮູ້ວ່າມີເລື່ອງຫຍັງເກີດຂື້ນ, ລາວໄດ້ຂ້າໂຕຕາຍ. ສ່ວນເລື່ອງຈະເລົ່າເຖິງນີ້ ການຂ້າໂຕຕາຍຂອງລາວ ແມ່ນກະໂດດຕຶກສູງ 3 ຊັ້ນ, ເອົາຫົວສັກລົງກະແທກກັບພື້ນເດ່ີນເບຕົງກ່ອນ. ນັບແຕ່ນັ້ນມາ ໃກ້ຈະຮອດທ່ຽງຄືນຢູ່ທີ່ລະບຽງ ທາງຂື້ນລົງ ຫໍພັກ ຕໍ່ໜ້າຫ້ອງທີ່ ຍິງຄົນນັ້ນເຄີຍອາໄສຢູ່ ໄດ້ປະກົດມີສຽງດັງ ເກິ໊ບ….ເກິ໊ບ…. ຄ້າຍຄືສຽງຫົວທັບລົງພື້ນ ຟັງອີກຢ່າງໜຶ່ງຄືກັນກັບສຽງເກີບຜູ້ຍິງກຳລັງຍ່າງແຕ່ຫ້ອງສົ້ນສຸດ ຫໍພັກ ຄ່ອຍໆ…ຫຍັບເຂົ້າມາໄກ້ເລື້ອຍໆ, ພໍດີມາຮອດເຄິ່ງປະຕູຫ້ອງ ທີລາວເຄີຍອາໃສຢູ່ເມື່ອກ່ອນ ປະກົດວ່າສຽງນັ້ນໄດ້ຢຸດລົງ ບໍ່ໄດ້ຍິນສຽງດັງກາຍໄປອີກ.

  3. ພ້ອມກັນນັ້ນ, ກໍ່ປະກົດວ່າ ມີສຽງເວົ້າຄ່ອຍໆ ເຢັນໆ ອອກມາວ່າ: “ ມີໃຜຢູ່ນີ້ບໍ່ ? ” ບັນດາ ເພື່ອນໆຢູ່ຮ່ວມຫ້ອງໃຜໆ ກໍ່ພາກັນດັກຟັງງຽບສະນິດ ແລະ ພ້ອມນຶກໃນໃຈວ່າ ຕ້ອງແມ່ນວິນຍານ ນາງສາວນັ້ນ ກຳລັງມາຫ້ອງ ທີ່ລາວເຄີຍອາໃສຢູ່… ແຕ່ບໍ່ມີຜູ້ໃດ ກ້າໄຂປະຕູອອກມາສ່ອງເບິ່ງ….ເປັນເຊັ່ນນີ້ຕະຫຼອດ ທຸກໆຄືນ ຫຼາຍອາທິດຜ່ານໄປ ສຽງນັ້ນກໍ່ຄ່ອຍໆ ຫາຍໄປ ຕາມການເວລາ…

  4. ພາຍຫຼັງເຫດການເກີດ ບໍ່ດົນ ກໍ່ພໍດີຮອດລະດູການ ປິດພາກຮຽນ, ນັກຮຽນໃນຫໍພັກ ກໍ່ຄ່ອຍໆ ທະຍອຍ ກັນກັບບ້ານໃຜມັນ, ສ່ວນເລື່ອງເປັນຕາຢ້ານ ຂົນຫົວລຸກ ກໍ່ຍັງບໍ່ທັນຍຸດພຽງເທົ່ານີ້…

  5. ຕອນຄ່ຳມື້ໜຶ່ງ, ພະນັກງານຮັກສາອານາໄມ ຫໍພັກນັກສຶກສາດັ່ງກ່າວ. ໄດ້ໄປອານາໄມ ແຕ່ລະຫ້ອງ (ຍ້ອນນັກຮຽນເສັງ ແລ້ວໃຜໆ ກໍ່ຟ້າວກັບບ້ານໃຜລາວ,ພະນັກງານຮັກສາອານາໄມລວມ ຈຳເປັນຕ້ອງໄດ້ຮັບ ພາລະທຳຄວາມສະອາດ ອານາໄມແຕ່ລະຫ້ອງ ມ້ຽນມັດເຄື່ອງຂອງພາຍໃນໃຫ້ເປັນລະບຽບ). ພໍດີ ອານາໄມໄປຮອດ ຫ້ອງທີ່ຍິງສາວ ກະໂດດຕຶກຕາຍເຄີຍອາໃສຢູ່ນັ້ນ, ລາວກໍ່ເຮັດວຽກໄປເປັນປົກກະຕິ ຄືບໍ່ມີເລື່ອງຫຍັງເກີດຂື້ນ, ແຕ່ລາວເອງຮູ້ສຶກມີອັນ ຜິດປົກກະຕິເກີດຂຶ້ນໃນຫ້ອງນີ້, ໂຕຂອງລາວປະກົດວ່າຂົນຫົວຂົນຄີງລຸກ, ເໝືອນກັບ ຫົວໂຕເອງໃຫຍ່ຂຶ້ນ. ລາວຢຸດຢູ່ໜ້ອຍໜຶ່ງ ຫຼຽວໄປມາຊ້າຍຂົວ ອ້ອມຕົວລາວ ໃນຫ້ອງບໍ່ມີຫຍັງເກີດຂື້ນ. ລາວຄິດໃນໃຈວ່າ ຊ່າງມັນເທິ! ບໍ່ສົນໃຈເຖິງມັນດອກ ມີວຽກກໍ່ເຮັດໄປ ບໍ່ເຫັນກັບຕາບໍ່ຕ້ອງເຊື່ອ. ແລ້ວລາວກໍ່ປັດກວດ ຫ້ອງນັ້ນຕໍ່ໄປ ແລະ ລາວກໍ່ໄດ້ຢ່າງໄປໄຂປະຕູ ຫ້ອງດ້ານໜ້າ ດ້ານຫຼັງອອກໝົດ, ປະກົດວ່າມີລົມພັດຄ່ອຍ ເປັນສີເຢັນໆ……

  6. ພາຍຫຼັງໄດ້ເປີດປະຕູໄວ້ແລ້ວ ພະນັກງານອານາໄມຄົນນີ້ ກໍ່ທຳການອານາໄມຫ້ອງນີ້ຕໍ່ໄປ, ເວລານີ້ ລາວແມ່ນອຸ່ນໃຈທຸ່ນທ່ຽງແລ້ວ ເພາະວ່າລາວຫຼຽວເປິ່ງປະຕູແມ່ນໄດ້ເປີດປະໄວ້ໝົດແລ້ວ, ອານາໄມໃນຫ້ອງນີ້ພໍດີແລ້ວ ລາວກໍ່ເດີນໄປປິດປະຕູດ້ານຫຼັງ ທີ່ໄດ້ເປີດຢູ່, ໃນຄະນະນັ້ນ ກໍ່ປະກົດໄດ້ຍິນສຽງດັງ ເປິ໊ງ….ບາດໜຶ່ງ. ລາວຕື່ນສະດຸ້ງຕົວທັນທີ ຫຼຽວ ງວກມາດ້ານໜ້າ ເຫັນປະຕູໄດ້ອັດແຈບແລ້ວ

  7. ເວລານີ້ ລາວເອງຮູ້ສຶກສີເຢັນໆ ຂົນຫົວຂົນຄີງລຸກ ວາບ…, ຫົວໃຈເຕັ້ນຕຶກ..ຕຶກໆ… ລາວຄິດວ່າ ຈະແລ່ນໜີໄປ… ແຕ່ຍັງບໍ່ທັນໄດ້ແລ່ນ ກໍ່ໄດ້ຍິນສຽງເກິ໊ບ….ເກິ໊ບ…. ເກິ໊ບ…. ເໝືອນກັບສຽງຜູ້ຍິງໃສ່ເກີບສົ້ນຢ່ອງ ກຳລັງຢ່າງມາ ຕາມລະບຽງ ແຕ່ຫ້ອງສຸດທ້າຍ ຫຍັບເຂົ້າມາໃກ້ເຂົ້າເລື້ອຍໆ… ເຖິງຕອນນີ້ແລ້ວ ເຮົາຈະຮູ້ວ່າ ເລື່ອງຜີມີຈິງ ຫຼື ບໍ່ນັ້ນ ກໍ່ບໍ່ມີຄວາມ ໝາຍຫຍັງອີກແລ້ວ “ ລາວຄິດໃນໃຈວ່າ”…

  8. ລາວມີຄວາມຢ້ານກົວຫຼາຍທີ່ສຸດ ຂົນຫົວລຸກ ວາບ… ໂຕສັ່ນຢັອກໆ.. , ຫົວໃຈເຕັ້ນຕຶບໆ… ບໍ່ຮູ້ຈັກຈະເຮັດຫຍັງອີກ ? ແນ່ນອນ ໄປກໍ່ບໍ່ໄດ້ ຢືນຢູ່ກໍ່ບໍ່ເປັນ, ຈິ່ງຕັດສິນໃຈ ນັ່ງໝູບລົງກ້ອງໂຕະເກົ່າ ໃນຫ້ອງ, ໃກ້ກັບຕຽງເບີ 2 ທີ່ສາວຂ້າໂຕຕາຍເຄີຍໃຊ້ນອນ ຕອນຍັງມີຊີວິດຢູ່. ສຽງດັງຄ້າຍກັບຄົນກຳລັງຍ່າງເຂົ້າມາໃກ້ເລື້ອຍໆ ລາວຍິ່ງໝົ້ນເຂົ້າກ້ອງໂຕະ ຕື່ມອີກ…. ຫວັງວ່າສຽງດັງຢູ່ລະບຽງນັ້ນຈະກາຍປະຕູຫ້ອງໄປແລ້ວ ຈິ່ງຈະລຸກແລ່ນໜີທັນທີ…

  9. ພໍດີຖືກກັບເວລາ ສຽງເກີບສົ້ນຢ່ອງ ຢ່າງມາຮອດເຄິ່ງປະຕູພໍດີ, ຟ້າບໍ່ເປັນໃຈ, ສຽງນັ້ນກໍ່ຢຸດຢູ່ທີ່ນັ້ນ. ພ້້ອມກັນນັ້ນກໍ່ໄດ້ຍິນສຽງ ຄົນເວົ້າອອກມາຄ່ອຍໆ ແຕ່ເປັນສຽງເຢັນໆ ກ້ອງຍາວໆ “ ບໍ່…ຕ້ອງ…ລີ້…ລົງ…ກ້ອງ…ໂຕະ..ອີກ…ແລ້ວ… ຂ້ອຍ….ໄດ້…..ເຫັນ….ເຈົ້າ….ແລ້ວ….” ພະນັກງານຮັກສາຄວາມສະອາດ ຄິດຢູ່ໃນໃຈວ່າ: ” ເປັນຫຍັງ ເຮົາລີ້ຢູ່ກ້ອງໂຕະດີແລ້ວ ມັນຍັງເຫັນເຮົາຢູ່ ?…………

  10. ເຖິງຕອນນີ້ ພະນັກງານຮັກສາ ຄວາມສະອາດດັ່ງກ່າວ ທີ່ກຳລັງກົ້ມຫົວລີ້ ຢູ່ກ້ອງໂຕະນັ້ນ, ເຫຼືອດຕາສ່ອງເບິ່ງຜ່ານ ປ່ອງປະຕູ ເຫັນເຕັມໆ ໜ້າຕາບັກໃຫຍ່ໆ ຕາແດງ ປາກແດງ ເລືອດໄຫຼ ຍ້ອຍອອກ ມາເຕັມສົບ . ພ້ອມກັບມີສຽງ……ໂອ້ຍ!!!!!!!!!!!

  11. ເຈົ້າລີ້ຊ່ອນ ກໍ່ບໍ່ມີຄວາມໝາຍ ຫຍັງ….. ..^_^ …ຮ່າ…ຮ່າໆ…5 5 5 5

  12. Design by VL & PTNG…^_^..

More Related