1 / 22

ຍ້ອນຫຍັງ ການສະສົມແບບເຕັມສ່ວນຈຶ່ງສຳຄັນສຳລັບບັນດາປະເທດດ້ອຍພັດທະນາໃນອາຊຽນ ?

ຍ້ອນຫຍັງ ການສະສົມແບບເຕັມສ່ວນຈຶ່ງສຳຄັນສຳລັບບັນດາປະເທດດ້ອຍພັດທະນາໃນອາຊຽນ ?. ສະເໜີໂດຍ : ສັນຕິສຸກ ພູນສະຫວັດ ຫົວໜ້າພະແນກ ການຄ້າຫຼາຍຝ່າຍ , ກົມນະໂຍບາຍການຄ້າຕ່າງປະເທດ , ກະຊວງ ອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມປຶກສາຫາລືກັບພາກທຸລະກິດ ວັນທີ 29 ຕຸລາ 2014, ທີ ່ ກະຊວງ ອຸດສາຫະກໍາ ແລະ ການຄ້າ.

gray-burks
Download Presentation

ຍ້ອນຫຍັງ ການສະສົມແບບເຕັມສ່ວນຈຶ່ງສຳຄັນສຳລັບບັນດາປະເທດດ້ອຍພັດທະນາໃນອາຊຽນ ?

An Image/Link below is provided (as is) to download presentation Download Policy: Content on the Website is provided to you AS IS for your information and personal use and may not be sold / licensed / shared on other websites without getting consent from its author. Content is provided to you AS IS for your information and personal use only. Download presentation by click this link. While downloading, if for some reason you are not able to download a presentation, the publisher may have deleted the file from their server. During download, if you can't get a presentation, the file might be deleted by the publisher.

E N D

Presentation Transcript


  1. ຍ້ອນຫຍັງການສະສົມແບບເຕັມສ່ວນຈຶ່ງສຳຄັນສຳລັບບັນດາປະເທດດ້ອຍພັດທະນາໃນອາຊຽນ?ຍ້ອນຫຍັງການສະສົມແບບເຕັມສ່ວນຈຶ່ງສຳຄັນສຳລັບບັນດາປະເທດດ້ອຍພັດທະນາໃນອາຊຽນ? ສະເໜີໂດຍ: ສັນຕິສຸກພູນສະຫວັດ ຫົວໜ້າພະແນກການຄ້າຫຼາຍຝ່າຍ, ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາແລະການຄ້າ ກອງປະຊຸມປຶກສາຫາລືກັບພາກທຸລະກິດ ວັນທີ 29 ຕຸລາ 2014, ທີ່ ກະຊວງອຸດສາຫະກໍາແລະການຄ້າ

  2. ຫົວຂໍ້ຂອງບົດສະເໜີ ການສະສົມວັດຖຸດິບ-ຜະລິດຕະພັນແມ່ນຫຍັງ? ການສະສົມວັດຖຸດິບ-ຜະລິດຕະພັນປະເພດຕ່າງໆ ຍ້ອນຫຍັງ ການສະສົມແບບເຕັມສ່ວນຈຶ່ງສຳຄັນສຳລັບ ສປປ ລາວ? ສະຫຼຸບ ແລະ ຄຳເຫັນ

  3. ການສະສົມວັດຖຸດິບ-ຜະລິດຕະພັນແມ່ນຫຍັງ? • ສອງ ຫຼື ຫຼາຍແຫຼ່ງວັດຖຸດິບ-ຜະລິດຕະພັນຕ່າງກັນໃນປະເທດຕ່າງກັນ ກ່ຽວຂ້ອງໃນການຜະລິດສິນຄ້າ. • ສິນຄ້າທີ່ໄດ້ຮັບສະຖານະພາບແຫຼ່ງກຳເນີດສິນຄ້າໃນປະເທດພາຄີໃດໜຶ່ງ ອາດຖືກໃຊ້ກັບສິນຄ້າໃນອີກປະເທດພາຄີອື່ນໂດຍບໍ່ສົ່ງຜົນຕໍ່ສະຖານະພາບການໄດ້ຮັບສິດທິພິເສດທາງພາສີຂອງສິນຄ້າສຳເລັດສຸດທ້າຍນັ້ນ. • ຫຼື ອະນຸຍາດວ່າ ວັດຖຸດິບທີ່ໄດ້ຮັບສະຖານະພາບແຫຼ່ງກຳເນີດສິນຄ້າຈາກພາຄີຂອງສັນຍາການຄ້າເສລີ (FTA) ສາມາດນໍາໃຊ້ໃນການຜະລິດສິນຄ້າຂັ້ນສຸດທ້າຍໂດຍບໍ່ເສຍຫາຍຕໍ່ແຫຼ່ງກຳເນີດສິນຄ້າ.

  4. I. ການສະສົມວັດຖຸດິບ-ຜະລິດຕະພັນແມ່ນຫຍັງ? ຕໍ່ • ການຜະລິດ ຫຼື ປຸງແຕ່ງທີ່ດຳເນີນການໃນແຕ່ລະປະເທດພາຄີຂອງສິນຄ້າທີ່ໄດ້ແຫຼ່ງກຳເນີດ ບໍ່ຈຳເປັນຕ້ອງມີ “ການຜະລິດ ຫຼື ປຸງແຕ່ງທີ່ພຽງພໍ” ເພື່ອອ້າງສິດ ສິນຄ້າຂັ້ນສຸດທ້າຍທີ່ມີແຫຼ່ງກຳເນີດສິນຄ້າຂອງຄູ່ພາຄີ. • ບໍ່ມີຂໍ້ກຳນົດຂອບເຂດ ຫຼື ຂໍ້ກຳນົດກ່ຽວກັບ ການປະຕິບັດງານຕໍ່າສຸດ (minimum operations)

  5. ການສະສົມວັດຖຸດິບ-ຜະລິດຕະພັນແມ່ນຫຍັງ? ຕໍ່ • ສະຫຼຸບວ່າ: ທຸກການປຸງແຕ່ງໃດໜຶ່ງທີ່ເກີດຂຶ້ນໃນໜຶ່ງ ປະເທດພາຄີຂອງຄູ່ຮ່ວມເຂດການຄ້າເສລີທີ່ຖືກລວມເຂົ້າໃນການຜະລິດ ບໍ່ວ່າ ຈະນ້ອຍ ຫຼື ໃຫຍ່ ແມ່ນຖືກນັບເຂົ້າໃນການກໍານົດແຫຼ່ງກຳເນີດສິນຄ້າ ຂອງສິນຄ້າຂັ້ນສຸດທ້າຍ.

  6. ຕົວຢ່າງ 1: • ສິນຄ້າໜຶ່ງ ໄດ້ມາຈາກປະຊາຄົມອາຊຽນເຕັມສ່ວນ ຖືກສົ່ງໄປຍັງ ສປ ຈີນ ຊຶ່ງມີການປຸງແຕ່ງເພີ່ມຕື່ມ. ສິນຄ້າສໍາເລັດແລ້ວ ຈະໄດ້ຮັບ ແຫຼ່ງກຳເນີດຈາກ ສປ ຈີນ. ຖ້າຫາກສິນຄ້າສຳເລັດແລ້ວນັ້ນ, ສົ່ງອອກຈາກ ສປ ຈີນ ກັບມາຍັງ ປະຊາຄົມອາຊຽນ, ຈະຖືວ່າ ໄດ້ຮັບ ແຫຼ່ງກຳເນີດສິນຄ້າຈາກ ສປ ຈີນໄດ້ເລີຍ.

  7. ຕົວຢ່າງ 2: • ເສັ້ນໃຍຝ້າຍທີ່ທໍ ລະຫັດ 5211: • ນໍາເຂົ້າຈາກອິນເດຍ ໄປຍັງ ມຽນມ້າ ຊຶ່ງເປັນບ່ອນທີ່ຕັດເປັນຮູບຮ່າງ ກ່ອນສົ່ງອອກມາ ສປປ ລາວ. • ໃນ ສປປ ລາວ, ສ່ວນທີ່ເປັນຮູບຮ່າງແມ່ນຫຍິບເຂົ້າກັນ ເພື່ອຜະລິດ ເສື້ອເຊີດຂອງຜູ້ຊາຍ ແລະ ເດັກນ້ອຍ ທີ່ມີລະຫັດ 6205. ການປະຕິບັດງານໃຫ້ສຳເລັດທັງໝົດ ແມ່ນ ເຮັດທີ່ ສປປ ລາວ. • ສິນຄ້າສຸດທ້າຍ ໄດ້ຕາມ:​ change of chapter criteria • ເງື່ອນໄຂການປ່ຽນຫົວຂໍ້ລະຫັດພາສີ • ໄດ້ແຫຼ່ງກຳເນີດສິນຄ້າຂອງ ສປປ ລາວ ຖ້າຫາກສົ່ງອອກໄປຍັງ ນິວຊີແລນ.

  8. II. ການສະສົມວັດຖຸດິບ-ຜະລິດຕະພັນປະເພດຕ່າງໆII. ການສະສົມວັດຖຸດິບ-ຜະລິດຕະພັນປະເພດຕ່າງໆ • ການສະສົມວັດຖຸດິບ-ຜະລິດຕະພັນມີ ສາມ ປະເພດ: • ແບບສອງຝ່າຍ • ຫຼາຍກວ່າ ສອງປະເທດ (diagonal) • ເຕັມສ່ວນ (Full Cumulation)

  9. II. ການສະສົມວັດຖຸດິບ-ຜະລິດຕະພັນປະເພດຕ່າງໆII. ການສະສົມວັດຖຸດິບ-ຜະລິດຕະພັນປະເພດຕ່າງໆ • ການສະສົມວັດຖຸດິບ-ຜະລິດຕະພັນແບບສອງຝ່າຍ ຫຼື Bilateral cumulationແມ່ນປະຕິບັດລະຫວ່າງສອງປະເທດຂອງເຂດການຄ້າເສລີ. ຜູ້ຜະລິດ ໃນປະເທດໃດໜຶ່ງສາມາດໃຊ້ວັດຖຸດິບທີ່ມີແຫຼ່ງກໍາເນີດຈາກອີກປະເທດໜຶ່ງ ແລະ ການດຳເນີນງານການຜະລິດ/ປຸງແຕ່ງ ຄືກັບວ່າ ມາຈາກແຫຼ່ງກຳເນີດຂອງຕົນ ແລະ ການຜະລິດ/ປຸງແຕ່ງທີ່ເກີດໃນປະເທດຄູ່ຮ່ວມນັ້ນ ເພື່ອອ້າງເຖິງສະຖານະພາບແຫຼ່ງກໍາເນີດສິນຄ້າທີ່ຄ້າຂາຍລະຫວ່າງກັນນັ້ນ.

  10. II. ການສະສົມວັດຖຸດິບ-ຜະລິດຕະພັນປະເພດຕ່າງໆ 2. ການສະສົມວັດຖຸດິບ-ຜະລິດຕະພັນແບບຫຼາຍກວ່າສອງຝ່າຍຫຼື Diagonal cumulationoperatesດຳເນີນງານລະຫວ່າງຫຼາຍກວ່າສອງປະເທດ. ໃນຂະນະທີ່ພ້ອມກັບການສະສົມແບບສອງຝ່າຍມີພຽງແຕ່ຜະລິດຕະພັນຫຼືວັດຖຸດິບທີ່ມີແຫຼ່ງກໍາເນີດສາມາດໄດ້ຮັບຜົນປະໂຫຍດຈາກການສະສົມປະເພດນີ້. ເຖິງວ່າຈະມີຫຼາຍກວ່າສອງປະເທດສາມາດເຂົ້າຮ່ວມໃນການຜະລິດສິນຄ້າ , ສິນຄ້ານັ້ນຈະໄດ້ຮັບແຫຼ່ງກໍາເນີດຈາກປະເທດສຸດທ້າຍທີ່ມີການຜະລິດຫຼືປຸງແຕ່ງເກີດຂຶ້ນ. ການສະສົມຂອງພາກພື້ນRCEP ແມ່ນອະນຸຍາດໃຫ້ມີ diagonal cumulation.

  11. II. ການສະສົມວັດຖຸດິບ-ຜະລິດຕະພັນປະເພດຕ່າງໆ • 3. ການສະສົມວັດຖຸດິບ-ຜະລິດຕະພັນແບບເຕັມສ່ວນ ຫຼື Full cumulation ອະນຸຍາດໃຫ້ ຄູ່່ຮ່ວມເຂດການຄ້າເສລີດຳເນີນການຜະລິດ ຫຼື ປຸງແຕ່ງ ຜະລິດຕະພັນ ຫຼື ວັດຖຸດິບທີ່ບໍ່ມີແຫຼ່ງກຳເນີດຈາກເຂດການຄ້າເສລີຂອງຕົນ. ການສະສົມແບບເຕັມສ່ວນ ໝາຍຄວາມວ່າ ທຸກການປະຕິບັດງານທີ່ເກີດຂຶ້ນໃນຄູ່ຮ່ວມເຂດການຄ້າເສລີ ແມ່ນມີຄວາມສໍາຄັນໃນເວລາປະເມີນແຫຼ່ງກໍາເນີດສຸດທ້າຍ. ໃນຂະນະທີ່ການສະສົມແບບອື່ນໆຮຽກຮ້ອງວ່າ ສິນຄ້າທີ່ໄດ້ແຫຼ່ງກໍາເນີດ ກ່ອນຈະສົ່ງອອກຈາກຄູ່ພາຄີໜຶ່ງ ໄປຍັງຄູ່ພາຄີອື່ນ ເພື່ອດຳເນີນການຜະລິດ ຫຼື ປຸງແຕ່ງເພີ່ມຕື່ມ,​ ສິ່ງນີ້ ບໍ່ແມ່ນໃນກໍລະນີຂອງ ການສະສົມແບບເຕັມສ່ວນ. ​ • ການສະສົມວັດຖຸດິບ-ຜະລິດຕະພັນແບບເຕັມສ່ວນ ຮຽກຮ້ອງແບບງ່າຍໆ ຄືວ່າ ທຸກການຜະລິດ ຫຼື ປຸງແຕ່ງທີ່ນໍາໃຊ້້ວັດຖຸດິບຈາກແຫຼ່ງນອກເຂດການຄ້າເສລີ ເພື່ອຜະລິດ ຫຼື ປຸງແຕ່ງໃຫ້ໄດ້ຮັບແຫຼ່ງກໍາເນີດສິນຄ້າ.​ • ຕໍ່ກັບແນວຄິດນີ້ ອະນຸຍາດໃຫ້ມີການຜະລິດ/ປຸງແຕ່ງຍ່ອຍຫຼາຍຂຶ້ນໃນບັນດາປະເທດຮ່ວມເຂດການຄ້າເສລີ ແລະ ເພີ່ມການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການຄ້າໃນສັນຍາການຄ້າແບບໃຫ້ສິດທິພິເສດແກ່ກັນ.

  12. ຕົວຢ່າງ – RVC: ມີດໃຊ້ໃນໂຕະອາຫານ(8211.91) – ຜະລິດຕະພັນທີ່ໄດ້ແຫຼ່ງກໍາເນີດ ແລະ ການສະສົມແບບເຕັມສ່ວນ

  13. Originating Material Cumulation • Table Knives (8211.91) PSR:RVC(40) or CC – Originating Materials Verifictaion Approach to Cumulation

  14. Full Cumulation • Table Knives (8211.91) PSR:RVC(40) or CC – FULL Verifictaion Approach to Cumulation

  15. ແນວຄິດຂອງ Full cumulation • Hypothetical PSR for Auto Parts: RVC 40% Full Cumulation • ອະນຸຍາດໃຫ້ສະສົມ ເຖິງວ່າຈະມີການຜະລິດມູນຄ່າເພີ່ມເລັກນ້ອຍ ຕາບເທົ່າທີ່ ມູນຄ່າເພີ່ມໄດ້ສ້າງຂຶ້ນໃນບັນດາປະເທດ RCEP countries. ປະເທດ B (Assembly) ປະເທດ A (Supplier) FOB=4,000USD (Value Added in A :1,200USD(=30%)) ສະສົມ1,200USD * *Tracing rule is applied (Optional) FOB=1,000USD (Value Added in A: 400USD(40%)) ສະສົມ1,000USD* This tire Satisfy PSR *Roll-up rule would be applied Cumulation of goods • ອະນຸຍາດໃຫ້ສະສົມສະເພາະ ແຕ່ເວລາສິນຄ້າໄດ້ຕາມເງື່ອນໄຂຂໍ້ກຳນົດສະເພາະ (PSR.) ປະເທດ B (Assembly) ປະເທດ A (Supplier) ບໍ່ ສະສົມເພາະບໍ່ໄດ້ຕາມຂໍ້ກຳນົດສະເພາະສິນຄ້າ (PSR) FOB=4,000USD (Value Added in A :1,200USD(=30%)) FOB=1,000USD (Value Added in A: 400USD(40%)) ສະສົມ1,000USD* This tire Satisfy PSR *Roll-up rule would be applied 15

  16. full cumulation FOB=4,000USD (ມູນຄ່າເພີ່ມເຂົ້າໃນA :1,200USD(=30%)) ການປະກອບລົດໃນ D FOB=10,000USD A • ສົມມຸດ PSR • PSR ສຳລັບອາໄຫຼ່ລົດ: RVC 40% • PSR ສຳລັບລົດ: RVC 40% FOB=1,000USD (VA in B:400USD(40%)) →1,000USD ສະສົມ B D E ສົ່ງອອກໄປE *Roll-up rule would be applied This tire satisfied PSR 2,000USD( ຄ່າແຮງ, ບໍລິຫານ, ໆລໆ) (VA in D :2,000USD) C FOB=3,000USD (VA in C :600USD(20%)) 16

  17. III. ຍ້ອນຫຍັງການສະສົມແບບເຕັມສ່ວນຈຶ່ງສຳຄັນສຳລັບສປປລາວ? (1) • ສ້າງໂອກາດ ລວມທັງ ວຽກເຮັດງານທໍາ ສໍາລັບການເຂົ້າຮ່ວມຂອງບັນດາປະເທດກໍາລັງພັດທະນາ ແລະ ດ້ອຍພັດທະນາໃນຕ່ອງໂສ້ການຜະລິດໂລກ ແລະ ເປັນວິທີທາງທີ່ມີປະສິດທິຜົນໃນການຊ່ວຍໃຫ້ ບັນດາວິສາຫະກິດຂະໜາດນ້ອຍແລະກາງ ໃນບັນດາປະເທດດ້ອຍພັດທະນາ ເພື່ອໃຫ້ໄດ້ຜົນປະໂຫຍດເພີ່ມຂຶ້ນຈາກ FTA ເຊັ່ນ: • ໂດຍການອະນຸຍາດໃຫ້ນໍາໃຊ້ລະດັບການເພີ່ມມູນຄ່າທີ່ຕໍ່າ. ສິ່ງນີ້ ແມ່ນສຳຄັນສະເພາະສຳລັບບັນດາປະເທດດ້ອຍພັດທະນາ ຊຶ່ງການປະກອບສ່ວນເຂົ້າໃນການຜະລິດທີ່ມີຄ່່າແຮງຕໍ່າ ໂດຍນໍາໃຊ້ວັດຖຸດິບທີ່ບໍ່ໄດ້ແຫຼ່ງກໍາເນີດສິນຄ້າຂອງ FTA ອາດບໍ່ສາມາດ ເພີ່ມມູນຄ່າທີ່ພຽງພໍໃຫ້ໄດ້ ຫຼື ເກີນກວ່າ ມາດຕະຖານມູນຄ່າເພີ່ມທີ່ກຳນົດໄວ້. • ໂດຍການອະນຸຍາດໃຫ້ບັນດາປະເທດດ້ອຍພັດທະນາເຕີບໃຫຍ່ຂະຫຍາຍຕົວ ແລະ ບັນລຸການປະຫຍັດຕໍ່ຂະໜາດໃນຂົງເຂດຕະຫຼາດຊ່ອງວ່າງຂອງຕ່ອງໂສ້ມູນຄ່າ ຫຼື ຕ່ອງໂສ້ການສະໜອງຂອງໂລກ ຊຶ່ງເຂົາອາດຈະບໍ່ມີຂີດຄວາມສາມາດດຳເນີນການຜະລິດແບບຄົບຊຸດເພື່ອໃຫ້ໄດ້ແຫຼ່ງກໍາເນີດສິນຄ້າ. • E.g. SMEs in Lao PDR 98.8 %,

  18. III. ຍ້ອນຫຍັງການສະສົມແບບເຕັມສ່ວນຈຶ່ງສຳຄັນສຳລັບສປປລາວ? (2) • ບັນດາວິສາຫະກິດ ກໍຈະມີຄວາມຢືດຢຸ່ນໃນການຫາແຫຼ່ງຊັບພະຍາກອນວັດຖຸດິບ, ອາໄຫຼ່ ແລະ ສ່ວນປະກອບຕ່າງໆຈາກຜູ້ສະໜອງທີ່ມີປະສິດທິພາບທີ່ສຸດທົ່ວທັງເຂດການຄ້າເສລີລະຫວ່າງພາກພື້ນ (RCEP) ແລະ ເພື່ອໃຫ້ວັດຖຸດິບເຫຼົ່ານັ້ນ ໃຫ້ນັບເຂົ້າໃສ່ເພື່ອໃຫ້ໄດ້ສະຖານະພາບຂອງແຫຼ່ງກໍາເນີດສິນຄ້າຂອງພວກເຂົາ • ເຮັດໃຫ້ມີປະສິດທິພາບ ແລະ ຄວາມສາມາດໃນການແຂ່ງຂັນຫຼາຍທີ່ສຸດ ໂດຍການຂະຫຍາຍທາງເລືອກຕ່າງໆສຳລັບວັດຖຸດິບທີ່ບໍ່ມີແຫຼ່ງກໍາເນີດສິນຄ້າໃນເຂດການຄ້າເສລີ ໄດ້ສະຖານະພາບແຫຼ່ງກໍາເນີດສິນຄ້າ. • ດຶງດູດການລົງທຶນເຂົ້າໃນບັນດາປະເທດທີ່ເຂົ້າຮ່ວມເຂດການຄ້າເສລີລະຫວ່າງພາກພື້ນ ໂດຍການສະໜອງເງື່ອນໄຂທີ່ຖືກຕ້ອງເພື່ອການຂະຫຍາຍຕົວ ແລະ ການປັບປຸງທາງດ້ານຜະລິດຕະພາບໃນການຜະລິດ.

  19. ບາງບັນຫາທ້າທາຍ • ບາງບັນຫາທ້າທາຍ ກໍຄືວ່າ ເນື່ອງຈາກການຜະລິດຈະມີລັກສະນະເປັນສ່ວນຍ່ອຍ (fragmentation) ແລະ ສາມາດນໍາໃຊ້ວັດຖຸດິບສ່ວນຍ່ອຍຈາກພາກພື້ນ ແລະ ຈາກແຫຼ່ງອື່ນບາງຄັ້ງອາດຈະເຮັດໃຫ້ບໍ່ນໍາໃຊ້ວັດຖຸດິບພາຍໃນ ຫຼື ການປະກອບສ່ວນໃນຕ່ອງໂສ້ການຜະລິດໂລກມີເປີເຊັນທີ່ຕໍ່າ ຊຶ່ງຜົນປະໂຫຍດທີ່ໄດ້ ອາດຈະບໍ່ຫຼາຍເທົ່າທີ່ຄາດໄວ້ ໂດຍສະເພາະ ການສົ່ງເສີມການຜະລິດພາຍໃນ

  20. IV. ສະຫຼຸບແລະຂໍ້ສະເໜີ (1) • ພາລະໜັກໜ່ວງຂອງຕົ້ນທຶນການຜະລິດທີ່ເກີດຈາກລະບຽບການດ້ານແຫຼ່ງກໍາເນີດສິນຄ້າທີ່ຈຳກັດ ສາມາດຫຼຸດຜ່ອນລົງໄດ້ລະດັບໜຶ່ງ ໂດຍການອະນຸຍາດໃຫ້ນໍາໃຊ້ການສະສົມຂອງວັດຖຸດິບ-ຜະລິດຕະພັນເພື່ອຜະລິດບາງສ່ວນທີ່ມີຂໍ້ຈໍາກັດໜ້ອຍລົງ ຫຼື ນໍາໃຊ້ ການສະສົມຂອງວັດຖຸດິບ-ຜະລິດຕະພັນເພື່ອຜະລິດແບບເຕັມທີ່ (full cumulation) ໂດຍອະນຸຍາດໃຫ້ໃຊ້ວັດຖຸດິບຈາກພາຍນອກ ແລະ ເພີ່ມລະດັບການຈຳກັດຕໍ່າສຸດ (de minimus)ໃຫ້ສູງຂຶ້ນ.

  21. IV. ສະຫຼຸບແລະຂໍ້ສະເໜີ (2) • ຕົ້ນທຶນໃນການຄຸ້ມຄອງບໍລິຫານຍັງສາມາດຫຼຸດຜ່ອນລົງໄດ້ຕື່ມດ້ວຍແນວທາງທີ່ເປັນມິດຕໍ່ຜູ້ຄ້າເພີ່ມຂຶ້ນ ເຊັ່ນ: ການນໍາໃຊ້ແນວທາງການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ. • ການເປີດເສລີ ແລະ ລະບົບການສະສົມຂອງວັດຖຸດິບທີ່ສາມາດເຂົ້າເຖິງໄດ້ ແມ່ນຈໍາເປັນຍິ່ງສຳລັບຜົນປະໂຫຍດຂອງສັນຍາ ແລະ ສະແດງໃຫ້ເຫັນເຖິງພັນທະການເພີ່ມບໍລິມາດການຄ້າຢ່າງແທ້ຈິງຂອງຄູ່ສັນຍາໃນຂົງເຂດການເຊື່ອມໂຍງເສດຖະກິດກັບສາກົນ.

  22. ຄຳຖາມ ເພື່ອປຶກສາຫາລື

More Related