1 / 14

ຊື່ ແລະນາມສະກຸນ: ສົມມີໄຊ ເຕໂຊ ວຸດທິການສຶກສາ: ລະດັບປະລິນຍາໂທ

ຊື່ ແລະນາມສະກຸນ: ສົມມີໄຊ ເຕໂຊ ວຸດທິການສຶກສາ: ລະດັບປະລິນຍາໂທ ວິຊາສະເພາະ: ສາຂາບໍລິຫານການສຶກສາ ວິຊາສະເພາະອື່ນ: ພາສາຍີ່ປຸ່ນ ງານຍາມຫວ່າງ: ດົນຕີ ແລະຮ້ອງເພງ ໂທລະສັບ: 020 5541 0158 020 2820 4050. ບົດທີ 1: ຫຼັກການ ແລະຂະບວນ ການບໍລິຫານ. 1. ຄວາມໝາຍຂອງການບໍລິຫານ

Download Presentation

ຊື່ ແລະນາມສະກຸນ: ສົມມີໄຊ ເຕໂຊ ວຸດທິການສຶກສາ: ລະດັບປະລິນຍາໂທ

An Image/Link below is provided (as is) to download presentation Download Policy: Content on the Website is provided to you AS IS for your information and personal use and may not be sold / licensed / shared on other websites without getting consent from its author. Content is provided to you AS IS for your information and personal use only. Download presentation by click this link. While downloading, if for some reason you are not able to download a presentation, the publisher may have deleted the file from their server. During download, if you can't get a presentation, the file might be deleted by the publisher.

E N D

Presentation Transcript


  1. ຊື່ ແລະນາມສະກຸນ: ສົມມີໄຊ ເຕໂຊ ວຸດທິການສຶກສາ: ລະດັບປະລິນຍາໂທ ວິຊາສະເພາະ: ສາຂາບໍລິຫານການສຶກສາ ວິຊາສະເພາະອື່ນ: ພາສາຍີ່ປຸ່ນ ງານຍາມຫວ່າງ: ດົນຕີ ແລະຮ້ອງເພງ ໂທລະສັບ: 020 5541 0158 020 2820 4050

  2. ບົດທີ 1: ຫຼັກການ ແລະຂະບວນການບໍລິຫານ 1. ຄວາມໝາຍຂອງການບໍລິຫານ ການບໍລິຫານເປັນຂະບວນການດຳເນີນງານເພື່ອໃຫ້ບັນລຸເປົ້າໝາຍຂອງອົງກອນ ໂດຍອາໄສ “ໜ້າທີ່ທາງການບໍລິຫານ” ທີ່ສຳຄັນຄື: ການວາງແຜນ (Planning), ການຈັດອົງກອນ (Organizing), ການນຳພາ (Leading), ແລະການຄວບຄຸມ (Controling); * ໜ້າທີ່ທາງການບໍລິຫານ ນັກທິດສະດີບາງທ່ານອາດຈຳແນກແຕກຕ່າງກັນເຊັ່ນ Fayol ຈຳ ແນກເປັນ 5 ໜ້າທີ່ ຄື: ການວາງແຜນ, ການຈັດອົງກອນ, ການສັ່ງການ, ການປະ ສານງານ ແລະການຄວບຄຸມ. ຫຼື Gulick ຈຳແນກເປັນ 7 ໜ້າທີ່ ຄື: ການວາງແຜນ, ການຈັດອົງກອນ, ການຈັດບຸກຄະລາກອນ, ການສັ່ງການ, ການປະສານງານ, ການລາຍງານ ແລະການງົບປະມານ;

  3. ຄວາມໝາຍຂອງຜູ້ບໍລິຫານ ຜູ້ບໍລິຫານໝາຍເຖິງ ບຸກຄົນທີ່ຮັບຜິດຊອບໃຫ້ການປະຕິບັດ ວຽກງານຂອງອົງກອນເປັນໄປມີປະສິດທິພາບ ແລະປະສິດທິຜົນ ໃນອົງກອນທຸລະກິດ ເອີ້ນວ່າ: ຜູ້ຈັດການ (Manager) ແຕ່ໃນອົງ ກອນຂອງເອີ້ນວ່າ: ຜູ້ບໍລິຫານ (Administrator) ດັ່ງນັ້ນໃນອົງ ກອນທຸລະກິດຈະໃຊ້ຄຳວ່າ ການຈັດການ (Management) ແລະ ອົງກອນຂອງລັດ ໃຊ້ຄຳວ່າການບໍລິຫານ (administration)

  4. ການບໍລິຫານເປັນຂະບວນການທາງສັງຄົມທີ່ສາມາດເບິ່ງເຫັນໄດ້ 3 ທາງຄື: 1) ທາງດ້ານໂຄງສ້າງ: ເປັນຄວາມສໍາພັນລະຫວ່າງຜູ້ບັງຄັບບັນຊາ ແລະຜູ້ໃຕ້ບັງຄັບບັນຊາຕາມລໍາດັບຂັ້ນຕອນຂອງສາຍບັງຄັບບັນຊາ. 2) ທາງດ້ານໜ້າທີ່: ເປັນຂັ້ນຕອນຂອງໜ່ວຍງານທີ່ໄດ້ລະບຸບົດບາດ, ໜ້າທີ່, ຄວາມຮັບຜິດຊອບ ແລະສິ່ງອໍານວຍຄວາມສະດວກຕ່າງໆເພື່ອໃຫ້ສໍາເລັດຕາມເປົ້າໝາຍ. 3) ທາງດ້ານການປະຕິບັດ: ແມ່ນເປັນຂະບວນການທີ່ບຸກຄົນ ແລະບຸກຄົນຕ້ອງການຮ່ວມເຮັດປະຕິກິລິຍາຊຶ່ງກັນແລະກັນ.

  5. ລັກສະນະເດັ່ນທີ່ເປັນສາກົນຂອງການບໍລິຫານຄື:ລັກສະນະເດັ່ນທີ່ເປັນສາກົນຂອງການບໍລິຫານຄື: 1) ການບໍລິຫານຕ້ອງມີຈຸດປະສົງຫຼືເປົ້າໝາຍ. 2) ຕ້ອງອາໄສປັດໄຈບຸກຄົນເປັນອົງປະກອບສໍາຄັນ. 3) ຕ້ອງໃຊ້ຊັບພະຍາກອນບໍລິຫານເປັນອົງປະກອບພື້ນຖານ. 4) ຕ້ອງມີລັກສະນະການດໍາເນີນງານທີ່ເປັນຂະບວນການທາງ ສັງຄົມ. 5) ຕ້ອງເປັນການດໍາເນີນງານຮ່ວມກັນລະຫວ່າງກຸ່ມບຸກຄົນນັບ ແຕ່ 2 ຄົນຂຶ້ນໄປ. 6) ຕ້ອງອາໄສການຮ່ວມມືຮ່ວມໃຈເພື່ອໃຫ້ພາລະກິດບັນລຸວັດ ຖຸປະສົງ. 7) ເປັນການຮ່ວມມືການດໍາເນີນງານຢ່າງມີເຫດຜົນ. 8) ມີລັກສະນະເປັນການກວດສອບຜົນການປະຕິບັດງານກັບ ວັດຖຸປະສົງທີ່ກໍານົດໄວ້. 9) ການບໍລິຫານບໍ່ມີຕົວຕົນ ແຕ່ມີອິດທິພົນຕໍ່ຄວາມເປັນຢູ່ຂອງ ມະນຸດ.

  6. ການບໍລິຫານເປັນສິລະປະ, ເປັນສາດ ແລະເປັນວິຊາຊີບ • ການບໍລິຫານເປັນສິລະປະ(Arts) ໝາຍເຖິງທັກສະ ແລະຄວາມຮູ້ທີ່ແຕ່ລະບຸກຄົນ ໄດ້ພັດທະນາຂຶ້ນ ເພື່ອໃຫ້ບັນລຸຈຸດໝາຍໃດຈຸດໝາຍໜຶ່ງ ໂດຍທັກສະ ແລະຄວາມຮູ້ທີພັດ ທະນາຂຶ້ນນັ້ນ ອາດເກີດຈາກການຝຶກຝົນຫຼືການເຮັດວຽກຮ່ວມກັບບຸກຄົນອື່ນທີ່ມີຄວາມຊຳ ນານຫຼືການພັດທະ ນາ ທັກສະທາງການບໍລິຫານເປັນຢ່າງດີແລ້ວ ຄ້າຍຄືກັນກັບນັກດົນຕີ ຫຼືຈິດຕະກອນທີ່ໄດ້ຝຶກຝົນ ຫຼືຮຽນຮູ້ຈາກນັກດົນຕີຫຼືຈິດຕະກອນທີ່ມີຄວາມຊຳນານຫຼືທັກສະ ສູງ. • ການບໍລິຫານເປັນສາດ(Science)ໝາຍເຖິງ ຄວາມຮູ້ທີ່ເກີດຈາກການສືບຄົ້ນຫາ ຄວາມຮູ້ໃໝ່ໆດ້ວຍວິທີການແບບວິທະຍາສາດມີການຮວບຂໍ້ມູນການວິເຄາະແລະປະມວນ ຜົນຂໍ້ມູນ ການຕັ້ງສົມມຸດຖານ ແລະທົດສອບສົມມຸດຖານ ເປັນຕົ້ນ. ເວົ້າແບບງ່າຍໆກໍ່ຄື ສິລປະ ເປັນເລື່ອງຂອງການກະທຳ ການຝຶກຝົນເພື່ອຄວາມຊຳນານ ສ່ວນສາດເປັນເລື່ອງ ຂອງຄວາມຮູ້ ຮູ້ວ່າຈະເຮັດຫຍັງ ແລະຈະເຮັດແນວໃດ ( Art is doing, and science is knowing what and how to do) .

  7. + ປັດໄຈໃນການບໍລິຫານ: ປັດໄຈພື້ນຖານທາງການບໍລິຫານມີ 4 ຢ່າງທີ່ເອີ້ນກັນວ່າ 4Ms ໄດ້ແກ່: 1) ຄົນ (Man) 2) ເງິນ (Money) 3) ວັດຖຸສິ່ງຂອງ (Materials) 4) ການຈັດການ (Management) + ຂໍ້ຈໍາກັດທາງການບໍລິຫານ: 1) ສະຖານະພາບທາງພູມີສາດ 2) ປະຊາກອນ 3) ຊັບພະຍາກອນ 4) ລັກສະນະນິໄສ ແລະຄວາມສາມາດຂອງຄົນໃນຊາດ 5) ຄວາມເຊື່ອ ແລະຄວາມສັດທາ 6) ຂະນົບທໍານຽມ ແລະປະເພນີ 7) ຄ່ານິຍົມ ແລະອຸດົມການທາງສັງຄົມ

  8. 1.3. ໜ້າທີ່ຂອງການບໍລິຫານ: ໜ້າທີ່ ທີ່ສໍາຄັນຂອງການບໍລິຫານໄດ້ແກ່: 1.3.1 ການວາງແຜນ (Planning)ມີຂັ້ນຕອນທີ່ສໍາຄັນ 2 ປະ ການຄື ຂັ້ນຕອນທໍາອິດໄດ້ແກ່ການ ກໍານົດແນວທາງການດໍາເນີນງານໃນໄລຍະຍາວຂອງອົງກອນນັ້ນວ່າຈະເປັນໄປໃນທິດທາງໃດ, ຂັ້ນຕອນ ທີສອງແມ່ນການກໍານົດວັດຖຸປະສົງສະເພາະທີ່ແນ່ນອນຂອງການດໍາເນີນງານຫຼືເອີ້ນອີກຢ່າງ ໜຶ່ງວ່າ ການກໍານົດແຜນໄລຍະສັ້ນເພື່ອໃຫ້ຮູ້ວ່າຈະເຮັດແນວໃດຈຶ່ງຈະບັນລຸເປົ້າໝາຍທີ່ກໍານົດໄວ້. 1.3.2 ການຈັດອົງກອນ (Organizing)ໄດ້ແກ່ການພັດທະ ນາໂຄງສ້າງຂອງອົງກອນເພື່ອໃຫ້ການ ໃຊ້ຊັບພະຍາກອນຕ່າງໆໃນອົງກອນໃຫ້ສອດຄ່ອງ ແລະປະສານງານກັນ ຫຼືເວົ້າອີກຢ່າງໜຶ່ງເພື່ອປະ ສິດທິພາບໃນການດໍາເນີນງານໃຫ້ເປັນໄປຕາມແຜນງານທັງໄລຍະສັ້ນ ແລະໄລຍະຍາວ. ຂັ້ນຕອນໃນ ການຈັດຮູບວຽກເລີ່ມຈາກ ການແບ່ງວຽກ, ການແບ່ງອໍານາດໜ້າທີ່ຄວາມຮັບຜິດຊອບ, ກໍານົດຄວາມ ສໍາພັນຂອງຄົນກັບວຽກ ແລະສາຍງານການຕິດຕໍ່ພາຍໃນອົງກອນ.

  9. 1.3.3.ການອໍານວຍການ (Directing)ເປັນໜ້າທີ່ທີ່ກ່ຽວຂ້ອງກັບຄົນຫຼືຈະ ໃຊ້ຄົນແນວໃດຈຶ່ງຈະໄດ້ ຜົນ ງານຫຼາຍທີ່ສຸດ ຈະຕ້ອງສຶກສາກ່ຽວກັບຄວາມເປັນຜູ້ນໍາ ການຈູງໃຈ ແລະ ການຕິດຕໍ່ສື່ສານລະ ຫວ່າງບຸກຄົນ ຜູ້ບໍລິຫານຈະຕ້ອງເລີ່ມດ້ວຍການສ້າງບັນຍາກາດໃນອົງກອນເພື່ອເປັນສິ່ງທີ່ຈູງໃຈໃຫ້ ຄົນຢາກເຮັດວຽກ, ໃຫ້ຜູ້ປະຕິບັດວຽກງານໃຫ້ມີຄວາມເພິ່ງພໍໃຈ ຊ່ວຍເຫຼືອໃຫ້ຄໍາປຶກສາ ແລະ ຊັກຈູງ ໃຫ້ຄົນສະແດງອອກທາງພຶດຕິກໍາທີ່ກໍ່ໃຫ້ເກີດຄວາມສໍາເລັດໃນການເຮັດວຽກ. 1.3.4ການຄວບຄຸມ (Controlling)ຈຸດມຸ່ງໝາຍພາຍໃນການຄວບຄຸມກໍ່ເພື່ອໃຫ້ວຽກງານດໍາເນີນ ໄປຕາມແຜນທີ່ວາງໄວ້ຊຶ່ງມີຂັ້ນຕອນສໍາຄັນ 4 ປະການ ຄື: 1) ມີການກໍານົດມາດຕະຖານຂອງວຽກຂຶ້ນ. 2) ມີການວັດຜົນການປະຕິບັດວຽກງານທີ່ເຮັດຕົວຈິງ. 3) ມີການປຽບທຽບມາດຕະຖານກັບຜົນງານ. 4) ມີການແກ້ໄຂຖ້າຜົນງານຕົວຈິງແຕກຕ່າງໄປຈາກມາດຕະຖານທີ່ກໍາ ນົດໄວ້.

  10. 1.4. ປະເພດຂອງຜູ້ບໍລິຫານ: ຄໍາວ່າ “ ຜູ້ບໍລິຫານ ” ເປັນການໃຊ້ໃນຄວາມໝາຍທີ່ກວ້າງຂວາງເພື່ອຊີ້ໃຫ້ເຫັນວ່າບຸກ ຄົນໃດໆກໍ່ ຕາມທີ່ພະຍາຍາມເຮັດໃຫ້ເກີດຄວາມສໍາເລັດໃນເປົ້າໝາຍຂອງອົງກອນ ໂດຍໃຊ້ກໍາລັງຄວາມພະຍາ ຍາມຂອງບຸກຄົນອື່ນ ບຸກຄົນທີ່ມີອໍານາດໜ້າທີ່ຕໍ່ບຸກຄົນອື່ນ ຄືຜູ້ບໍລິຫານ ໃນສ່ວນນີ້ຈະພິຈາລະນາເຖິງ ປະເພດຂອງຜູ້ບໍລິຫານທີ່ແຕກຕ່າງກັນ. ໂດຍທົ່ວໄປການບໍລິຫານຂອງອົງກອນຕ່າງໆຈະຈໍາແນກການບໍລິຫານອົງກອນອອກເປັນລະດັບ ຕ່າງໆໄດ້ແກ່: 1) ສະພາບໍລິຫານອົງກອນ (Board of Directors) ມີບົດບາດໜ້າທີ່ໃນການກໍານົດພາລະກິດ (Mision) ຂອງອົງກອນ. 2) ຜູ້ບໍລິຫານລະດັບສູງ (Top Executives) ມີບົດບາດໜ້າທີ່ໃນການນໍາເອົາພາລະກິດທີ່ກໍານົດ ໂດຍສະພາບໍລິຫານຂອງອົງກອນມາຜັນຂະຫຍາຍເປັນແຜນຍຸດທະສາດ (Strategic Plan) ເພື່ອເປັນ ເຄື່ອງມືສໍາຄັນໃນການບໍລິຫານອົງກອນໃຫ້ບັນລຸເປົ້າໝາຍຕາມພາລະກິດທີ່ສະພາບໍລິຫານຂອງອົງກອນກໍານົດ. 3) ຜູ້ບໍລິຫານລະດັບກາງ (Middle-level Managers) ມີບົດບາດໜ້າທີ່ໃນການເຊື່ອມຍົງລະ ຫວ່າງ ຜູ້ບໍລິຫານລະດັບສູງ ແລພຜູ້ບໍລິຫານລະດັບຕົ້ນ ໂດຍມີໜ້າທີ່ປ່ຽນແຜນຍຸດທະສາດໃຫ້ເປັນແຜນບໍລິຫານ (Managerial Plan) ຊຶ່ງຈະມີຄວາມເປັນຮູບປະທໍາຊັດເຈນຂຶ້ນເພື່ອໃຫ້ຜູ້ບໍລິຫານລະດັບຕົ້ນສາ ມາດນໍາໄປເຮັດເປັນແຜນປະຕິບັດໃຫ້ສອດຄ່ອງກັບເປົ້າໝາຍແລະຈຸດປະສົງຂອງແຜນຍຸດທະສາດ. 4) ຜູ້ບໍລິຫານລະດັບຕົ້ນ (First-level Managers) ມີບົດບາດໜ້າທີ່ໃນການຜັນຂະຫຍາຍແຜນ ບໍລິຫານໃຫ້ເປັນແຜນປະຕິບັດ (Operational Plan) ເພື່ອໃຫ້ໜ່ວຍງານຕ່າງໆ ສາມາດນໍາໄປປະຕິ ບັດ ໄດ້ຢ່າງຖືກຕ້ອງສອດຄ່ອງກັບເປົ້າໝາຍ ແລະວັດຖຸປະສົງຂອງແຜນບໍລິຫານ ແລະແຜນຍຸດທະສາດ.

  11. 1.5. ລະດັບ ແລະທັກສະຂອງຜູ້ບໍລິຫານ ຜູ້ບໍລິຫານທຸກຄົນຈະຕ້ອງປະກອບມີທັກສະພື້ນຖານຢູ່ 3 ປະເພດຄື: 1. ທັກສະທາງດ້ານເຕັກນິກ: ຄືຄວາມສາມາດໃນການໃຊ້ເຄື່ອງ ມື ລະບຽບວິທີປະຕິບັດວຽກງານ ຫຼືເຕັກນິກຕ່າງໆ ຂອງສາຂາວິຊາສະ ເພາະ ເຊັ່ນ ນັກວິສະວະກອນ, ນັກດົນຕີ ຫຼືນັກບັນຊີທຸກຄົນຈະຕ້ອງມີທັກສະດ້ານເຕັກນິກໃນຂອບເຂດວຽກງານຂອງໃຜມັນ, ຜູ້ບໍລິຫານຕ້ອງການທັກສະທາງດ້ານ ເຕັກນິກທີ່ພຽງພໍສໍາລັບ “ ຄວາມສໍາເລັດຂອງວຽກ ຢ່າງໃດຢ່າງໜຶ່ງໂດຍສະເພາະ ” ທີ່ເຂົາເຈົ້າຮັບຜິດຊອບຢູ່. 2. ທັກສະທາງດ້ານມະນຸດສໍາພັນ ຄື ຄວາມສາມາດໃນການເຮັດວຽກຮ່ວມກັນ, ເຂົ້າໃຈ ແລະ ຈູງໃຈບຸກຄົນອື່ນ ບໍ່ວ່າຈະເປັນບຸກຄົນ ຫຼື ກຸ່ມຄົນ ຜູ້ບໍລິຫານຕ້ອງການທັກສະທາງດ້ານມະນຸດສໍາພັນ ດັ່ງກ່າວເພື່ອຄວາມມີປະສິດທິພາບສໍາລັບການເປັນຜູ້ນໍາ.

  12. 3. ທັກສະທາງດ້ານຄວາມຄິດ ຄື ຄວາມສາມາດທາງດ້ານສະໝອງ, ການປະສານງານ ແລະການ ເຮັດໃຫ້ເປັນອັນໜຶ່ງອັນດຽວກັນຂອງຜົນປະໂຫຍດ ແລະກິດຈະກໍາຕ່າງໆທັງໝົດຂອງອົງກອນ, ທັກສະ ທາງດ້ານຄວາມຄິດຈະເປັນຄວາມສາມາດຂອງຜູ້ບໍລິຫານໃນການເບິ່ງອົງກອນໂດຍລວມ ແລະມີຄວາມ ເຂົ້າໃຈວ່າສ່ວນຕ່າງໆຂອງອົງກອນຂຶ້ນຢູ່ກັບສ່ວນອື່ນໆແນວໃດ ແລະການປ່ຽນແປງຂອງສ່ວນໃດໜຶ່ງ ຈະມີຜົນກະທົບຕໍ່ອົງກອນໂດຍລວມແນວໃດ ຜູ້ບໍລິຫານຕ້ອງການທັກສະດ້ານຄວາມຄິດທີ່ພຽງພໍສໍາລັບ ການພິຈາລະນາວ່າ ປັດໄຈຕ່າງໆຂອງສະຖານະການໃດສະຖານະການໜຶ່ງມີຄວາມກ່ຽວພັນລະຫວ່າງກັນຢ່າງໃດ ເພື່ອເຮັດໃຫ້ການກະທໍາຂອງລາວເປັນຜົນດີກັບອົງກອນ.

  13. ຄວາມສໍາຄັນຂອງທັກສະທາງດ້ານຄວາມຄິດ ຈະເພີ່ມຂຶ້ນສໍາລັບລະດັບການບໍລິການທີ່ສູງຂຶ້ນໄປ ຜູ້ບໍລິຫານລະດັບສູງຈະກ່ຽວຂ້ອງກັບການຕັດສີນໃຈທີ່ມີຜົນກະທົບຕໍ່ອົງກອນເກືອບທັງໝົດ ສໍາລັບຜູ້ບໍລິ ຫານລະດັບສູງສຸດ ຊຶ່ງເປັນຜູ້ຮັບຜິດຊອບອົງກອນໂດຍລວມນັ້ນ ທັກສະທາງດ້ານຄວາມຄິດຈະມີ ຄວາມສໍາຄັນຫຼາຍທີ່ສຸດໃນບັນດາທັກສະທັງໝົດ ດັ່ງແຜນວາດລຸ່ມນີ້: ທັກສະທີ່ຕ້ອງ ການສໍາລັບລະ ດັບການບໍລິຫານ ໃນລະດັບຕ່າງໆ ແຜນວາດສະແດງທັກສະຂອງຜູ້ບໍລິຫານໃນລະດັບຕ່າງໆ

More Related