1 / 18

ການຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ທີ່ເຮັດວຽກບໍລິຫານຫ້ອງການ

ການຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ທີ່ເຮັດວຽກບໍລິຫານຫ້ອງການ. ຫົວບົດ: ການເປັນພະນັກງານວິຊາການຄົ້ນຄວ້າທີ່ດີ ສະເໜີໂດຍ: ທ່ານຄູນມີ ພົມມະນິມິດ ຜູ້ອໍານວຍການສະຖາບັນພັດທະນາ ການບໍລິຫານການສຶກສາ E-mail: pkhounmy@yahoo.fr. ຫົວບົດ: ການເປັນພະນັກງານວິຊາການຄົ້ນຄວ້າທີ່ດີ.

Download Presentation

ການຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ທີ່ເຮັດວຽກບໍລິຫານຫ້ອງການ

An Image/Link below is provided (as is) to download presentation Download Policy: Content on the Website is provided to you AS IS for your information and personal use and may not be sold / licensed / shared on other websites without getting consent from its author. Content is provided to you AS IS for your information and personal use only. Download presentation by click this link. While downloading, if for some reason you are not able to download a presentation, the publisher may have deleted the file from their server. During download, if you can't get a presentation, the file might be deleted by the publisher.

E N D

Presentation Transcript


  1. ການຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ທີ່ເຮັດວຽກບໍລິຫານຫ້ອງການການຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ທີ່ເຮັດວຽກບໍລິຫານຫ້ອງການ ຫົວບົດ: ການເປັນພະນັກງານວິຊາການຄົ້ນຄວ້າທີ່ດີ ສະເໜີໂດຍ: ທ່ານຄູນມີ ພົມມະນິມິດ ຜູ້ອໍານວຍການສະຖາບັນພັດທະນາ ການບໍລິຫານການສຶກສາ E-mail: pkhounmy@yahoo.fr

  2. ຫົວບົດ: ການເປັນພະນັກງານວິຊາການຄົ້ນຄວ້າທີ່ດີ ບົດນີ້ປະກອບດ້ວຍ 4 ພາກຄື: ພາກທີ 1: ນິຍາມ ແລະຄວາມໝາຍ ພາກທີ 2: ຕຳແໜ່ງງານແລະໜ້າທີ່ຂອງລັດຖະກອນ ພາກທີ 3: ຄຸນລັກສະນະຂອງນັກວິຊາການທີ່ດີ 3.1. ຄວາມຮູ້ 3.2. ຄວາມສາມາດ 3.3. ປະສົບປະການແລະຄວາມຊຳນິຊຳນານ 3.4. ຄຸນສົມບັດ ແລະຄວາມຮັບຜິດຊອບ 3.5. ຄວາມສະຫງວນມັກ ພາກທີ 4: ສະຫລຸບ.

  3. ພາກທີ 1. ນິຍາມ ແລະຄວາມໝາຍ 1. ນິຍາມ: ຄຳວ່າ “ລັດຖະກອນ”ຂອງ ສປປລາວ ແມ່ນບຸກຄົນທີ່ໄດ້ຖືກບັນຈຸ ແລະໄດ້ຮັບການແຕ່ງຕັ້ງໃຫ້ເຮັດວຽກງານປະຈຳຢູ່ໃນບັນດາກະຊວງ, ອົງ ການຂອງສູນກາງ, ທ້ອງຖິ່ນ ຫຼື ໄປປະຈຳຢູ່ສຳນັກງານຜູ້ຕາງໜ້າ ສປປລາວ ຢູ່ຕ່າງປະເທດ,ໄດ້ຮັບເງິນເດືອນ,ເງິນອຸດໜູນຈາກງົບປະມານແຫ່ງລັດ. ທະຫານ,ຕຳຫລວດ ບໍ່ໄລ່ເຂົ້າໃນບັນຊີລັດຖະກອນ ແລະຈະມີລະບຽບສະເພາະ.ບຸກຄົນທີ່ເຮັດວຽກໃຫ້ລັດແບບມອບເໝົາ ຫລືແບບເບ້ຍມື້ຕາມສັນຍາຈ້າງບໍ່ມີຖານະເປັນລັດຖະກອນ. ຄຳວ່າ “ພະນັກງານ”ແມ່ນລວມເອົາທັງລັດຖະກອນ,ທະຫານແລະບຸກຄົນທີ່ເຮັດວຽກໃຫ້ລັດທັງໝົດ. ສະນັ້ນ “ລັດຖະກອນຂະ ແໜງການສຶກສາ” ກໍ່ແມ່ນພະນັກງານຂອງລັດ.

  4. ພາກທີ 1. ນິຍາມ ແລະຄວາມໝາຍ (ຕໍ່). 2. ຄວາມໝາຍ: ລັດຖະກອນ ເປັນບຸກຄະລາກອນສ່ວນລວມຂອງລັດ ມີພາລະກິດຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ໂດຍແມ່ນອົງການຈັດຕັ້ງຂອງລັດຂັ້ນຕ່າງໆມີໜ້າທີ່ຄຸ້ມຄອງ,ນຳໃຊ້ ຕາມຂອບເຂດສິດຂອງຕົນ. ລັດຖະກອນທຸກປະເພດ, ທຸກຂັ້ນມີກົດໝາຍຄຸ້ມຄອງໃນການປະຕິບັດໜ້າທີ່ ແລະຈະມີການຕິດຕາມ,ກວດກາ,ປະເມີນຜົນງານຜົນງານໃນທຸກໆປີ. ລັດຖະກອນທຸກຄົນ ປະຕິບັດໜ້າທີ່ຕາມທີ່ນິຕິກຳກ່ຽວຂ້ອງໄດ້ກຳນົດ, ການປະຕິບັດໜ້າທີ່ທີ່ຂັດກັບນິຕິກຳກ່ຽວຂ້ອງນັ້ນ ລ້ວນແຕ່ເປັນການລະເມີດລະບຽບກົດໝາຍ. ການກະທຳທີ່ລະເມີດຕໍ່ໜ້າທີ່ ຫລື ການປ່ອຍປະລະເລີຍຕໍ່ໜ້າທີ່ ລ້ວນແຕ່ເປັນຂໍ້ບົກພ່ອງໃນການປະຕິບັດວຽກງານ.

  5. ພາກທີ 1. ນິຍາມ ແລະຄວາມໝາຍ (ຕໍ່). ລັດຖະກອນທຸກຄົນ ໄດ້ຮັບເງິນເດືອນ,ເງິນນະໂຍບາຍ,ເງິນອຸດໜູນ,ນະໂຍບາຍແລະສະຫວັດດີການຕ່າງໆຈາກລັດ ຕາມທີ່ລະບຽບລັດຖະກອນກຳນົດໄວ້. ໃນຫລັກວິຊາການບໍລິຫານ ໂດຍສະເພາະແມ່ນວິຊາ“ອົງການຈັດຕັ້ງ ແລະການພັດທະນາອົງການຈັດຕັ້ງ” ໄດ້ກ່າວວ່າເຖິງສາຍພົວພັນລະຫວ່າງມະນຸດກັບອົງການຈັດຕັ້ງວ່າ:“ມະນຸດອາໃສອົງການຈັດຕັ້ງກໍ່ເພາະວ່າອົງການ ຈັດຕັ້ງມີຄວາມສາມາດຊ່ວຍເຫລືອເຂົາເຈົ້າໃຫ້ມີຄວາມໝັ້ນຄົງໃນຊີວິດໄດ້ ແລະອົງການຈັດຕັ້ງອາໃສມະນຸດ ກໍ່ເພື່ອພັດທະນາອົງການຈັດຕັ້ງໃຫ້ບັນລຸວັດຖຸປະສົງຕາມທີ່ຕົນໄດ້ກຳນົດໄວ້”. ສາຍພົວພັນນີ້ ເປັນສາຍພົວພັນດຽວກັນດຽວກັນລະຫວ່າງ ລັດຖະກອນ ແລະອົງການຈັດຕັ້ງທີ່ຕົນສັງກັດ.

  6. ພາກທີ 2: ໜ້າທີ່ຂອງລັດຖະກອນ ລັດຖະກອນທີ່ຖືກບັນຈຸເຂົ້າໃນອົງການຈັດຕັ້ງຕ່າງໆຂອງລັດ ລ້ວນແຕ່ມີຕຳແໜ່ງ, ໜ້າທີ່ ແລະ ຂອບເຂດສິດຂອງຕົນຕໍ່ອົງການຈັດຕັ້ງທີ່ຕົນສັງກັດ. ຕົວຢ່າງຕຳແໜ່ງ. ໃນກົມໜຶ່ງ ຈະມີຕໍາແໜ່ງຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ,ຮອງຫົວໜ້າພະແນກ, ພະນັກວິຊາການຕຳແໜ່ງ ເລຂານຸການ, ພະນັກວິຊາການບັນຊີ, ພະນັກງານວິຊາການປະຖົມ ສຶກສາ,ພະນັກງານວິຊາການສັງລວມ,ພະນັກງານວິຊາການສະຖິຕິ, ພະນັກງານວິຊາການວິເຄາະວິໄຈຂໍ້ມູນ, ພະນັກງານວິຊາການຄົ້ນ ຄວ້າສັງລວມ ແລະອື່ນໆ; ຕົວຢ່າງໜ້າທີ່. ໃນຄູ່ມືວິທີເຮັດວຽກຂອງສະຖາບັນພັດທະນາການບໍລິ ຫານການສຶກສາ ພະນັກງານວິຊາການຕຳແໜ່ງຄົ້ນຄວ້າດ້ານນິຕິກຳ ແລະກົງຈັກການຈັດຕັ້ງ ມີໜ້າທີ່ດັ່ງຕໍ່ໄປນີ້:

  7. ພາກທີ 2: ໜ້າທີ່ ແລະພັນທະ (ຕໍ່) • ຄົ້ນຄວ້ານິຕິກຳລວມກ່ຽວກັບການບໍລິຫານການສຶກສາ; • ຄົ້ນຄວ້າ, ປັບປຸງນິຕິກຳ ແລະລະບຽບການຕ່າງໆ ເພື່ອຄຸ້ມຄອງສະຖາບັນ; • ຄົ້ນຄວ້າອອກແບບເພື່ອພັດທະນາກົງຈັກການຈັດຕັ້ງຂອງສະຖາບັນ; • ເປັນຄູຝຶກໃນວິຊາທີ່ກ່ຽວຂ້ອງກັບການບໍລິຫານການສຶກສາວິຊາໃດໜຶ່ງ; • ສະເໜີວຽກງານທີ່ຕົນຮັບຜິດຊອບຕໍ່ຄະນະພະແນກ; • ຮັບຜິດຊອບວຽກງານອື່ນໆຕາມການມອບໝາຍຂອງຫົວໜ້າພະແນກແລະຫົວໜ້າໜ່ວຍງານ; • ສາຍຄວາມຮັບຜິດຊອບ: ຂຶ້ນໂດຍກົງກັບຫົວໜ້າໜ່ວຍງານຈັດຕັ້ງແລະພະນັງານ.

  8. ພາກທີ 2: ໜ້າທີ່ ແລະພັນທະ (ຕໍ່) • ມາດຕະຖານສະເພາະ: 1. ຈົບປະລິນຍາຕີໃນສາຂາວິຊາບໍລິຫານການສຶກສາ ຫລືຄຸ້ມຄອງ ຊັບພະຍາກອນມະນຸດ ຫລືວິຊາທີ່ໃກ້ຄຽງ; 2. ເຄີບເປັນຜູ້ບໍລິຫານການສຶກສາຂັ້ນໃດຂັ້ນໜຶ່ງມາແລ້ວ 3 ປີ; 3. ມີຄວາມຊຳນິຊຳນານໃນການວາງແຜນ,ການບໍລິຫານ ແລະຢ່າງ ໜ້ອຍຕ້ອງຮູ້ນຳໃຊ້ຄອມພິວເຕີຂັ້ນພື້ນຖານ ແລະ ພາສາຕ່າງ ປະເທດໃນລະດັບໃດໜຶ່ງ; ຕົວຢ່າງທີ 2 ກ່ຽວກັບໜ້າທີ່: ໜ້າທີ່ຂອງຕຳແໜ່ງງານນັກວິຊາການວິໄຈແລະປະເມີນຜົນ. 1. ອອກແບບຮ່າງການວິໄຈແລະປະເມີນຜົນ(Proposal) ດ້ານການ ບໍລິຫານ ແລະ ການຄຸ້ມຄອງການສຶກສາຕາມຫົວຂໍ້ທີ່ໄດ້ ຮັບຮອງຈາກຄະນະ;

  9. ພາກທີ 2: ໜ້າທີ່ ແລະພັນທະ (ຕໍ່) 2. ສ້າງເຄື່ອງມືປະເພດຕ່າງໆເພື່ອເກັບກຳຂໍ້ມູນສຳລັບການ ວິໄຈ ແລະປະເມີນຜົນ; 3. ດຳເນີນການເກັບກຳຂໍ້ມູນພາກສະໜາມໃຫ້ໄດ້ຕາມຄວາມ ຕ້ອງການ; 4. ກວດກາ,ລວບລວມ ແລະວິເຄາະຂໍ້ມູນທີ່ເກັບກຳໄດ້ມາຈາກ ພາກສະໜາມ; 5. ສ້າງບົດລາຍງານການວິໄຈ ແລະປະເມີນຜົນຕາມຜົນ ວິເຄາະຂໍ້ມູນ; 6. ສະເໜີຜົນການວິໄຈ ແລະປະເມີນຜົນຕາມຫົວຂໍ້ທີ່ເຮັດ ການວິໄຈ ແລະປະເມີນຜົນ; 7. ເປັນຄູຝຶກໃນວິຊາທີ່ກ່ຽວຂ້ອງກັບການບໍລິຫານການສຶກ ສາວິຊາໃດໜຶ່ງ; 8. ສະຫຼຸບ,ລາຍງານວຽກງານວິໄຈແລະປະເມີນຜົນຕໍ່ຄະນະພະ ແນກ.

  10. ພາກທີ 2: ໜ້າທີ່ ແລະພັນທະ (ຕໍ່) • ສາຍຄວາມຮັບຜິດຊອບ: ຂຶ້ນໂດຍກົງກັບຫົວໜ້າໜ່ວຍງານຂໍ້ມູນຂ່າວສານ,ວິໄຈ ແລະປະເມີນຜົນ. • ມາດຕະຖານສະເພາະ: 1. ຈົບປະລິນຍາຕີໃນສາຂາວິຊາສະຖິຕິ ຫຼື ຂ່າວສານ ຫຼື ວິຊາທີ່ໃກ້ ຄຽງ; 2. ເຄີບເຮັດວຽກຂ່າສານແລະສະຖິຕິຂັ້ນໃດຂັ້ນໜຶ່ງມາແລ້ວ 3 ປີ; 3. ມີຄວາມຊຳນິຊຳນານໃນການອອກແບບຂ່າວສານ ແລະ ຮູ້ນຳໃຊ້ ເຕັກໂນໂລຊີການຂ່າວສານໃນລະດັບດີ. ໝາຍເຫດ: ລັດຖະກອນທຸກຄົນທີ່ບັນຈຸເຂົ້າເຮັດວຽກໃນຕຳແໜ່ງງານໃດໜຶ່ງຕ້ອງເຮັດວຽກຕາມໜ້າທີ່ໃຫ້ປະສົບຜົນສໍາເລັດຕາມວັດຖຸປະສົງຂອງອົງການຈັດຕັ້ງ.

  11. ພາກທີ 3: ຄຸນລັກສະນະຂອງນັກວິຊາການທີ່ດີ ການເປັນນັກວິຊາການທີ່ດີນັ້ນ ເປັນຄວາມມຸ້ງຫວັງທັງຂອງອົງການຈັດຕັ້ງທີ່ຕົນສັງກັດແລະເປັນຄວາມມຸ້ງຫວັງຂອງສ່ວນຕົວບຸກຄົນແຕ່ລະຄົນ ໃນການປະຕິບັດໜ້າທີ່ວຽກງານໃຫ້ລັດ ໂດຍສະເພາະການປະຕິບັດໜ້າທີ່ຂອງຕົນໃຫ້ແກ່ອົງການຈັດຕັ້ງທີ່ຕົນສັງກັດ. ແຕ່ຄວາມມຸ້ງຫວັງດັ່ງກ່າວ ຈະປາກົດຜົນເປັນຈິງໄດ້ນັ້ນ ມັນເປັນເລື້ອງທີ່ບໍ່ງ່າຍປານໃດ; ເພາະມັນຂຶ້ນກັບຫລາຍປັດໄຈ ເຊັ່ນ: ຄວາມຮູ້ພື້ນຖານ,ສະພາບແວດລ້ອມ,ນະໂຍບາຍຂອງອົງການຈັດຕັ້ງ. ແຕ່ຢ່າງໃດກໍ່ຕາມ ການຝຶກຝົນຫຼໍ່ຫຼອມຕົນເອງ, ຄວາມເຊື່ອໝັ້ນຕົນເອງ ຍັງເປັນປັດໄຈທີ່ສຳຄັນ ຊຶ່ງມີລັກສະນະຕັດສິນໃນການເປັນພະນັກງານວິຊາການຄົ້ນຄວ້າທີ່ດີ. ໃນຕໍ່ໄປນີ້ຂ້າພະເຈົ້າ ຈະນຳເອົາບັນດາປັດໄຈບາງຢ່າງທີ່ສຳຄັນ ແລະ ຈຳເປັນມາສະເໜີດັ່ງຕໍ່ໄປນີ້:

  12. ພາກທີ 3: ຄຸນລັກສະນະຂອງນັກວິຊາການທີ່ດີ(ຕໍ່) 3.1. ດ້ານຄວາມຮູ້: 1. ຕ້ອງມີຄວາມຮູ້ດ້ານວິຊາການສົມຄູ່ກັບຕຳແໜ່ງແລະໜ້າທີ່ທີ່ຮັບຜິດຊອບ.ຄວາມຮູ້ບໍ່ສົມຄູ່ກັບຕໍາແໜ່ງ ແລະ ໜ້າທີ່ພາໃຫ້ເກີດບັນຫາຕາມມາ. ຮັບຜິດຊອບວຽກວາງແຜນ ກໍ່ຕ້ອງມີຄວາມຮູ້ໃນການວາງແຜນ; 2. ຕ້ອງມີຄວາມຮູ້ ແລະ ກຳແໜ້ນແນວທາງນະໂຍບາຍທີ່ກ່ຽວຂ້ອງກັບຕໍາແໜ່ງແລະໜ້າທີ່ນັ້ນ. 3. ຄວາມຮູ້ນັ້ນ ຕ້ອງແມ່ນຄວາມຮູ້ຈິງຮູ້ແທ້ທີ່ເປັນລະບົບ; 4. ມີຄວາມຮູ້ໃນການວິເຄາະ,ວິໄຈບັນຫາຢ່າງເປັນລະບົບ. ທຸກເຫດການ,ທຸກບັນຫາຍ່ອມມີສາຍເຫດ, ແກ້ບັນຫາບົນພື້ນຖານສາຍເຫດ. 5. ແບບວິທີຄົ້ນຄິດທີ່ເປັນໂລຊິກ,ບໍ່ແມ່ນຮູ້ແບບລວມໆ. ຄວາມຄິດທີ່ອະທິບາຍ ອອກສາມາດເອົາ ເປັນເອົາແນວທາງທີ່ສາມາດນໍາໄປໃຊ້ໃນການແກ້ໄຂບັນຫາໄດ້.

  13. ພາກທີ 3: ຄຸນລັກສະນະຂອງນັກວິຊາການທີ່ດີ (ຕໍ່) 3.2. ຄວາມສາມາດ. 1. ມີຄວາມສາມາດໃນການຜັນຫຍາຍແນວທາງນະໂຍບາຍທີ່ ກ່ຽວ ກັບຄວາມຮັບຜິດຊອບຂອງຕົນ; 2. ມີຄວາມສາມາດ ໃນການນຳໃຊ້ຄວາມຮູ້ດ້ານວິຊາການທີ່ຕົນມີ ເຂົ້າໃນວຽກງານຕົວຈິງ; 3. ມີຄວາມສາມາດໃນວິເຄາະ,ວິໄຈບັນຫາທີ່ເກີດຂຶ້ນນັ້ນຢ່າງເລິກ ເຊິ່ງສົມຄວນ; 4. ມີຄວາມສາມາດໃນການປະດິດສ້າງສິ່ງໃໝ່ໆ ມາພັດທະນາວຽກ ງານ; 5. ມີຄວາມສາມາດໃນການຂຽນ,ການອະທິບາຍບັນຫາຢ່າງທີ່ເຈນ; 6. ມີຄວາມສາມາດໃນການສະຫລຸບ, ສັງລວມ ແລະລາຍງານຜົນ ການຄົ້ນຄວ້າວິໄຈວຽກງານ.

  14. ພາກທີ 3: ຄຸນລັກສະນະຂອງນັກວິຊາການທີ່ດີ (ຕໍ່) 3.3. ປະສົບປະການ: 1. ມີປະສົບປະການໃນການເຮັດວຽກທີ່ກ່ຽວຂ້ອງກັບຕຳ ແໜ່ງນັ້ນ; 2. ມີປະສົບປະການໃນການນຳພາເຮັດວຽກງານເປັນໝູ່ ຄະນະ; 3. ມີປະສົບປະການໃນການຄົ້ນຄວ້າ,ວິໄຈດ້ານວິຊາການໃນ ວຽກທີ່ຕົນຮັບຜິດຊອບ; 4. ມີຄວາມຊຳນິຊຳນານໃນການຂຽນບົດລາຍງານລະດັບໃດ ໜຶ່ງ; 5. ມີຄວາມຊຳນິຊຳນານໃນອະທິບາຍຢ່າງເປັນເຫດເປັນຜົນ; 6. ມີຄວາມຊຳນິຊຳນານໃນການແກ້ໄຂບັນຫາ.

  15. ພາກທີ 3: ຄຸນລັກສະນະຂອງນັກວິຊາການທີ່ດີ (ຕໍ່) 3.4. ຄຸນສົມບັດ ແລະຄວາມຮັບຜິດຊອບ. 1. ເປັນຜູ້ທີ່ມີຄວາມຮອບຮູ້ ແຕ່ໃຫ້ຖະໜອມຖ່ອມຕົນ, 2. ເປັນຜູ້ທີ່ມີຄວາມເຊື່ອໝັ້ນ ແລະເຊື່ອຟັງການຈັດຕັ້ງ ຕະຫຼອດຮອດເພື່ອຮ່ວມງານ; 3. ເປັນຜູ້ທີ່ມີຄວາມເຊື່ອໝັ້ນໃນຕົນເອງສູງ; ແຕ່ບໍ່ເປັນ ຄົນໃນຕົວ ແລະມີແນວທາງການເຮັດວຽກທີ່ມີສ່ວນ ຮ່ວມ; 4. ເບິ່ງໂລກແບບວິທະຍາສາດ,ພາວະວິໄສ ແລະບໍ່ຕາຍຕົວ; 5. ມີຄວາມຮັບຜິດຊອບຕໍ່ໜ້າທີ່ສູງ ແລະສະໝໍ່າສະເໝີ; 6. ມີຄວາມຮັບຜິດຊອບຕໍ່ອົງການຈັດຕັ້ງ; 7. ສັດຊື່ບໍລິສຸດຕໍ່ໜ້າທີ່.

  16. ພາກທີ 3: ຄຸນລັກສະນະຂອງນັກວິຊາການທີ່ດີ (ຕໍ່) 3.5. ຄວາມສະຫງວນມັກ. 1. ເປັນທີ່ມັກຄິດ, ມັກອ່ານ, ມັກຂຽນ, ມັກສັງເກດ ແລະ ຕັ້ງ ບັນຫາ; 2. ເປັນຄົນທີ່ມັກຮັກໃນໜ້າທີ່ທີ່ຕົນຮັບຜິດຊອບ; 3. ເປັນຄົນທີ່ມັກ ແລະຮັກການຝຶກຝົນຫຼໍ່ຫຼອມຕົນເອງ; 4. ເປັນຄົນທີ່ມັກ ແລະ ມີອຸດົມການທີ່ສູງສົ່ງຕໍ່ການຈັດຕັ້ງ, ມີຄວາມໃຝ່ຝັນຢາກປັບປຸງພັດທະນາອົງການຈັດຕັ້ງ; 5. ມັກປຸກລະດົມ ແລະຂົນຂວາຍໝູ່ເພື່ອນຮ່ວມງານໃນ ການເຮັດເຮັດເປັນທີມງານ; 6. ເປັນຄົນທີ່ດຸໝັ່ນຂະຫຍັນພຽນ, ມີຄວາມພະຍາຍາມສູງ.

  17. ພາກທີ 4: ສະຫລຸບ. ສະຫຼຸບຄວາມວ່າ:ຢາກເປັນພະນັກງານວິຊາການຄົ້ນຄວ້າທີ່ດີໄດ້ຕ້ອງ: 1. ຮູ້ສາຍພົວພັນລະຫວ່າງຄວາມຕ້ອງການຂອງຕົນ ແລະ ຄວາມຕ້ອງການຂອງການຈັດຕັ້ງ; (ຕົ້ນກ້ວຍຄ້ຳໄມ້, ໄມ້ ຄ້ຳກ້ວຍ); 2. ຮູ້ໜ້າທີ່ຂອງຕົນຢ່າງເລິກເຊິ່ງ ແລະ ຄວາມຮັບຜິດຊອບ ຕໍ່ໜ້າທີ່ນັ້ນສູງ; 3. ສາມາດປະຕິບັດໜ້າທີ່ນັ້ນໄດ້ຢ່າງມີປະສິດທິພາບ; 4. ມີປະສົບປະການໃນວຽກງານດີພໍສົມຄວນ; 5. ມີຄຸນສົມບັດທີ່ຖືກຕ້ອງເໝາະສົມ ແລະ ມີຄວາມ ຮັບຜິດຊອບສູງຕໍ່ສິ່ງທີ່ຕົນເຮັດ; 6. ມີຄວາມສະຫງວນມັກໃນວຽກງານທີ່ຕົນຮັບຜິດຊອບ.

  18. ຂອບໃຈ ຄະຕິປະຈຳໃຈ 1. ຄຸນຄ່າຂອງຄົນ ວັດແທກທີ່ຜົນຂອງການ ປະຕິບັດໜ້າທີ່ວຽກງານ. 2. ໄລຍະທາງພິສູດມ້າ ການເວລາພິສູດຄົນ.

More Related