220 likes | 802 Views
ຍ້ອນຫຍັງ ການສະສົມແບບເຕັມສ່ວນຈຶ່ງສຳຄັນສຳລັບບັນດາປະເທດດ້ອຍພັດທະນາໃນອາຊຽນ ?. ສະເໜີໂດຍ : ສັນຕິສຸກ ພູນສະຫວັດ ຫົວໜ້າພະແນກ ການຄ້າຫຼາຍຝ່າຍ , ກົມນະໂຍບາຍການຄ້າຕ່າງປະເທດ , ກະຊວງ ອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມປຶກສາຫາລືກັບພາກທຸລະກິດ ວັນທີ 29 ຕຸລາ 2014, ທີ ່ ກະຊວງ ອຸດສາຫະກໍາ ແລະ ການຄ້າ.
E N D
ຍ້ອນຫຍັງການສະສົມແບບເຕັມສ່ວນຈຶ່ງສຳຄັນສຳລັບບັນດາປະເທດດ້ອຍພັດທະນາໃນອາຊຽນ?ຍ້ອນຫຍັງການສະສົມແບບເຕັມສ່ວນຈຶ່ງສຳຄັນສຳລັບບັນດາປະເທດດ້ອຍພັດທະນາໃນອາຊຽນ? ສະເໜີໂດຍ: ສັນຕິສຸກພູນສະຫວັດ ຫົວໜ້າພະແນກການຄ້າຫຼາຍຝ່າຍ, ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາແລະການຄ້າ ກອງປະຊຸມປຶກສາຫາລືກັບພາກທຸລະກິດ ວັນທີ 29 ຕຸລາ 2014, ທີ່ ກະຊວງອຸດສາຫະກໍາແລະການຄ້າ
ຫົວຂໍ້ຂອງບົດສະເໜີ ການສະສົມວັດຖຸດິບ-ຜະລິດຕະພັນແມ່ນຫຍັງ? ການສະສົມວັດຖຸດິບ-ຜະລິດຕະພັນປະເພດຕ່າງໆ ຍ້ອນຫຍັງ ການສະສົມແບບເຕັມສ່ວນຈຶ່ງສຳຄັນສຳລັບ ສປປ ລາວ? ສະຫຼຸບ ແລະ ຄຳເຫັນ
ການສະສົມວັດຖຸດິບ-ຜະລິດຕະພັນແມ່ນຫຍັງ? • ສອງ ຫຼື ຫຼາຍແຫຼ່ງວັດຖຸດິບ-ຜະລິດຕະພັນຕ່າງກັນໃນປະເທດຕ່າງກັນ ກ່ຽວຂ້ອງໃນການຜະລິດສິນຄ້າ. • ສິນຄ້າທີ່ໄດ້ຮັບສະຖານະພາບແຫຼ່ງກຳເນີດສິນຄ້າໃນປະເທດພາຄີໃດໜຶ່ງ ອາດຖືກໃຊ້ກັບສິນຄ້າໃນອີກປະເທດພາຄີອື່ນໂດຍບໍ່ສົ່ງຜົນຕໍ່ສະຖານະພາບການໄດ້ຮັບສິດທິພິເສດທາງພາສີຂອງສິນຄ້າສຳເລັດສຸດທ້າຍນັ້ນ. • ຫຼື ອະນຸຍາດວ່າ ວັດຖຸດິບທີ່ໄດ້ຮັບສະຖານະພາບແຫຼ່ງກຳເນີດສິນຄ້າຈາກພາຄີຂອງສັນຍາການຄ້າເສລີ (FTA) ສາມາດນໍາໃຊ້ໃນການຜະລິດສິນຄ້າຂັ້ນສຸດທ້າຍໂດຍບໍ່ເສຍຫາຍຕໍ່ແຫຼ່ງກຳເນີດສິນຄ້າ.
I. ການສະສົມວັດຖຸດິບ-ຜະລິດຕະພັນແມ່ນຫຍັງ? ຕໍ່ • ການຜະລິດ ຫຼື ປຸງແຕ່ງທີ່ດຳເນີນການໃນແຕ່ລະປະເທດພາຄີຂອງສິນຄ້າທີ່ໄດ້ແຫຼ່ງກຳເນີດ ບໍ່ຈຳເປັນຕ້ອງມີ “ການຜະລິດ ຫຼື ປຸງແຕ່ງທີ່ພຽງພໍ” ເພື່ອອ້າງສິດ ສິນຄ້າຂັ້ນສຸດທ້າຍທີ່ມີແຫຼ່ງກຳເນີດສິນຄ້າຂອງຄູ່ພາຄີ. • ບໍ່ມີຂໍ້ກຳນົດຂອບເຂດ ຫຼື ຂໍ້ກຳນົດກ່ຽວກັບ ການປະຕິບັດງານຕໍ່າສຸດ (minimum operations)
ການສະສົມວັດຖຸດິບ-ຜະລິດຕະພັນແມ່ນຫຍັງ? ຕໍ່ • ສະຫຼຸບວ່າ: ທຸກການປຸງແຕ່ງໃດໜຶ່ງທີ່ເກີດຂຶ້ນໃນໜຶ່ງ ປະເທດພາຄີຂອງຄູ່ຮ່ວມເຂດການຄ້າເສລີທີ່ຖືກລວມເຂົ້າໃນການຜະລິດ ບໍ່ວ່າ ຈະນ້ອຍ ຫຼື ໃຫຍ່ ແມ່ນຖືກນັບເຂົ້າໃນການກໍານົດແຫຼ່ງກຳເນີດສິນຄ້າ ຂອງສິນຄ້າຂັ້ນສຸດທ້າຍ.
ຕົວຢ່າງ 1: • ສິນຄ້າໜຶ່ງ ໄດ້ມາຈາກປະຊາຄົມອາຊຽນເຕັມສ່ວນ ຖືກສົ່ງໄປຍັງ ສປ ຈີນ ຊຶ່ງມີການປຸງແຕ່ງເພີ່ມຕື່ມ. ສິນຄ້າສໍາເລັດແລ້ວ ຈະໄດ້ຮັບ ແຫຼ່ງກຳເນີດຈາກ ສປ ຈີນ. ຖ້າຫາກສິນຄ້າສຳເລັດແລ້ວນັ້ນ, ສົ່ງອອກຈາກ ສປ ຈີນ ກັບມາຍັງ ປະຊາຄົມອາຊຽນ, ຈະຖືວ່າ ໄດ້ຮັບ ແຫຼ່ງກຳເນີດສິນຄ້າຈາກ ສປ ຈີນໄດ້ເລີຍ.
ຕົວຢ່າງ 2: • ເສັ້ນໃຍຝ້າຍທີ່ທໍ ລະຫັດ 5211: • ນໍາເຂົ້າຈາກອິນເດຍ ໄປຍັງ ມຽນມ້າ ຊຶ່ງເປັນບ່ອນທີ່ຕັດເປັນຮູບຮ່າງ ກ່ອນສົ່ງອອກມາ ສປປ ລາວ. • ໃນ ສປປ ລາວ, ສ່ວນທີ່ເປັນຮູບຮ່າງແມ່ນຫຍິບເຂົ້າກັນ ເພື່ອຜະລິດ ເສື້ອເຊີດຂອງຜູ້ຊາຍ ແລະ ເດັກນ້ອຍ ທີ່ມີລະຫັດ 6205. ການປະຕິບັດງານໃຫ້ສຳເລັດທັງໝົດ ແມ່ນ ເຮັດທີ່ ສປປ ລາວ. • ສິນຄ້າສຸດທ້າຍ ໄດ້ຕາມ: change of chapter criteria • ເງື່ອນໄຂການປ່ຽນຫົວຂໍ້ລະຫັດພາສີ • ໄດ້ແຫຼ່ງກຳເນີດສິນຄ້າຂອງ ສປປ ລາວ ຖ້າຫາກສົ່ງອອກໄປຍັງ ນິວຊີແລນ.
II. ການສະສົມວັດຖຸດິບ-ຜະລິດຕະພັນປະເພດຕ່າງໆII. ການສະສົມວັດຖຸດິບ-ຜະລິດຕະພັນປະເພດຕ່າງໆ • ການສະສົມວັດຖຸດິບ-ຜະລິດຕະພັນມີ ສາມ ປະເພດ: • ແບບສອງຝ່າຍ • ຫຼາຍກວ່າ ສອງປະເທດ (diagonal) • ເຕັມສ່ວນ (Full Cumulation)
II. ການສະສົມວັດຖຸດິບ-ຜະລິດຕະພັນປະເພດຕ່າງໆII. ການສະສົມວັດຖຸດິບ-ຜະລິດຕະພັນປະເພດຕ່າງໆ • ການສະສົມວັດຖຸດິບ-ຜະລິດຕະພັນແບບສອງຝ່າຍ ຫຼື Bilateral cumulationແມ່ນປະຕິບັດລະຫວ່າງສອງປະເທດຂອງເຂດການຄ້າເສລີ. ຜູ້ຜະລິດ ໃນປະເທດໃດໜຶ່ງສາມາດໃຊ້ວັດຖຸດິບທີ່ມີແຫຼ່ງກໍາເນີດຈາກອີກປະເທດໜຶ່ງ ແລະ ການດຳເນີນງານການຜະລິດ/ປຸງແຕ່ງ ຄືກັບວ່າ ມາຈາກແຫຼ່ງກຳເນີດຂອງຕົນ ແລະ ການຜະລິດ/ປຸງແຕ່ງທີ່ເກີດໃນປະເທດຄູ່ຮ່ວມນັ້ນ ເພື່ອອ້າງເຖິງສະຖານະພາບແຫຼ່ງກໍາເນີດສິນຄ້າທີ່ຄ້າຂາຍລະຫວ່າງກັນນັ້ນ.
II. ການສະສົມວັດຖຸດິບ-ຜະລິດຕະພັນປະເພດຕ່າງໆ 2. ການສະສົມວັດຖຸດິບ-ຜະລິດຕະພັນແບບຫຼາຍກວ່າສອງຝ່າຍຫຼື Diagonal cumulationoperatesດຳເນີນງານລະຫວ່າງຫຼາຍກວ່າສອງປະເທດ. ໃນຂະນະທີ່ພ້ອມກັບການສະສົມແບບສອງຝ່າຍມີພຽງແຕ່ຜະລິດຕະພັນຫຼືວັດຖຸດິບທີ່ມີແຫຼ່ງກໍາເນີດສາມາດໄດ້ຮັບຜົນປະໂຫຍດຈາກການສະສົມປະເພດນີ້. ເຖິງວ່າຈະມີຫຼາຍກວ່າສອງປະເທດສາມາດເຂົ້າຮ່ວມໃນການຜະລິດສິນຄ້າ , ສິນຄ້ານັ້ນຈະໄດ້ຮັບແຫຼ່ງກໍາເນີດຈາກປະເທດສຸດທ້າຍທີ່ມີການຜະລິດຫຼືປຸງແຕ່ງເກີດຂຶ້ນ. ການສະສົມຂອງພາກພື້ນRCEP ແມ່ນອະນຸຍາດໃຫ້ມີ diagonal cumulation.
II. ການສະສົມວັດຖຸດິບ-ຜະລິດຕະພັນປະເພດຕ່າງໆ • 3. ການສະສົມວັດຖຸດິບ-ຜະລິດຕະພັນແບບເຕັມສ່ວນ ຫຼື Full cumulation ອະນຸຍາດໃຫ້ ຄູ່່ຮ່ວມເຂດການຄ້າເສລີດຳເນີນການຜະລິດ ຫຼື ປຸງແຕ່ງ ຜະລິດຕະພັນ ຫຼື ວັດຖຸດິບທີ່ບໍ່ມີແຫຼ່ງກຳເນີດຈາກເຂດການຄ້າເສລີຂອງຕົນ. ການສະສົມແບບເຕັມສ່ວນ ໝາຍຄວາມວ່າ ທຸກການປະຕິບັດງານທີ່ເກີດຂຶ້ນໃນຄູ່ຮ່ວມເຂດການຄ້າເສລີ ແມ່ນມີຄວາມສໍາຄັນໃນເວລາປະເມີນແຫຼ່ງກໍາເນີດສຸດທ້າຍ. ໃນຂະນະທີ່ການສະສົມແບບອື່ນໆຮຽກຮ້ອງວ່າ ສິນຄ້າທີ່ໄດ້ແຫຼ່ງກໍາເນີດ ກ່ອນຈະສົ່ງອອກຈາກຄູ່ພາຄີໜຶ່ງ ໄປຍັງຄູ່ພາຄີອື່ນ ເພື່ອດຳເນີນການຜະລິດ ຫຼື ປຸງແຕ່ງເພີ່ມຕື່ມ, ສິ່ງນີ້ ບໍ່ແມ່ນໃນກໍລະນີຂອງ ການສະສົມແບບເຕັມສ່ວນ. • ການສະສົມວັດຖຸດິບ-ຜະລິດຕະພັນແບບເຕັມສ່ວນ ຮຽກຮ້ອງແບບງ່າຍໆ ຄືວ່າ ທຸກການຜະລິດ ຫຼື ປຸງແຕ່ງທີ່ນໍາໃຊ້້ວັດຖຸດິບຈາກແຫຼ່ງນອກເຂດການຄ້າເສລີ ເພື່ອຜະລິດ ຫຼື ປຸງແຕ່ງໃຫ້ໄດ້ຮັບແຫຼ່ງກໍາເນີດສິນຄ້າ. • ຕໍ່ກັບແນວຄິດນີ້ ອະນຸຍາດໃຫ້ມີການຜະລິດ/ປຸງແຕ່ງຍ່ອຍຫຼາຍຂຶ້ນໃນບັນດາປະເທດຮ່ວມເຂດການຄ້າເສລີ ແລະ ເພີ່ມການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການຄ້າໃນສັນຍາການຄ້າແບບໃຫ້ສິດທິພິເສດແກ່ກັນ.
ຕົວຢ່າງ – RVC: ມີດໃຊ້ໃນໂຕະອາຫານ(8211.91) – ຜະລິດຕະພັນທີ່ໄດ້ແຫຼ່ງກໍາເນີດ ແລະ ການສະສົມແບບເຕັມສ່ວນ
Originating Material Cumulation • Table Knives (8211.91) PSR:RVC(40) or CC – Originating Materials Verifictaion Approach to Cumulation
Full Cumulation • Table Knives (8211.91) PSR:RVC(40) or CC – FULL Verifictaion Approach to Cumulation
ແນວຄິດຂອງ Full cumulation • Hypothetical PSR for Auto Parts: RVC 40% Full Cumulation • ອະນຸຍາດໃຫ້ສະສົມ ເຖິງວ່າຈະມີການຜະລິດມູນຄ່າເພີ່ມເລັກນ້ອຍ ຕາບເທົ່າທີ່ ມູນຄ່າເພີ່ມໄດ້ສ້າງຂຶ້ນໃນບັນດາປະເທດ RCEP countries. ປະເທດ B (Assembly) ປະເທດ A (Supplier) FOB=4,000USD (Value Added in A :1,200USD(=30%)) ສະສົມ1,200USD * *Tracing rule is applied (Optional) FOB=1,000USD (Value Added in A: 400USD(40%)) ສະສົມ1,000USD* This tire Satisfy PSR *Roll-up rule would be applied Cumulation of goods • ອະນຸຍາດໃຫ້ສະສົມສະເພາະ ແຕ່ເວລາສິນຄ້າໄດ້ຕາມເງື່ອນໄຂຂໍ້ກຳນົດສະເພາະ (PSR.) ປະເທດ B (Assembly) ປະເທດ A (Supplier) ບໍ່ ສະສົມເພາະບໍ່ໄດ້ຕາມຂໍ້ກຳນົດສະເພາະສິນຄ້າ (PSR) FOB=4,000USD (Value Added in A :1,200USD(=30%)) FOB=1,000USD (Value Added in A: 400USD(40%)) ສະສົມ1,000USD* This tire Satisfy PSR *Roll-up rule would be applied 15
full cumulation FOB=4,000USD (ມູນຄ່າເພີ່ມເຂົ້າໃນA :1,200USD(=30%)) ການປະກອບລົດໃນ D FOB=10,000USD A • ສົມມຸດ PSR • PSR ສຳລັບອາໄຫຼ່ລົດ: RVC 40% • PSR ສຳລັບລົດ: RVC 40% FOB=1,000USD (VA in B:400USD(40%)) →1,000USD ສະສົມ B D E ສົ່ງອອກໄປE *Roll-up rule would be applied This tire satisfied PSR 2,000USD( ຄ່າແຮງ, ບໍລິຫານ, ໆລໆ) (VA in D :2,000USD) C FOB=3,000USD (VA in C :600USD(20%)) 16
III. ຍ້ອນຫຍັງການສະສົມແບບເຕັມສ່ວນຈຶ່ງສຳຄັນສຳລັບສປປລາວ? (1) • ສ້າງໂອກາດ ລວມທັງ ວຽກເຮັດງານທໍາ ສໍາລັບການເຂົ້າຮ່ວມຂອງບັນດາປະເທດກໍາລັງພັດທະນາ ແລະ ດ້ອຍພັດທະນາໃນຕ່ອງໂສ້ການຜະລິດໂລກ ແລະ ເປັນວິທີທາງທີ່ມີປະສິດທິຜົນໃນການຊ່ວຍໃຫ້ ບັນດາວິສາຫະກິດຂະໜາດນ້ອຍແລະກາງ ໃນບັນດາປະເທດດ້ອຍພັດທະນາ ເພື່ອໃຫ້ໄດ້ຜົນປະໂຫຍດເພີ່ມຂຶ້ນຈາກ FTA ເຊັ່ນ: • ໂດຍການອະນຸຍາດໃຫ້ນໍາໃຊ້ລະດັບການເພີ່ມມູນຄ່າທີ່ຕໍ່າ. ສິ່ງນີ້ ແມ່ນສຳຄັນສະເພາະສຳລັບບັນດາປະເທດດ້ອຍພັດທະນາ ຊຶ່ງການປະກອບສ່ວນເຂົ້າໃນການຜະລິດທີ່ມີຄ່່າແຮງຕໍ່າ ໂດຍນໍາໃຊ້ວັດຖຸດິບທີ່ບໍ່ໄດ້ແຫຼ່ງກໍາເນີດສິນຄ້າຂອງ FTA ອາດບໍ່ສາມາດ ເພີ່ມມູນຄ່າທີ່ພຽງພໍໃຫ້ໄດ້ ຫຼື ເກີນກວ່າ ມາດຕະຖານມູນຄ່າເພີ່ມທີ່ກຳນົດໄວ້. • ໂດຍການອະນຸຍາດໃຫ້ບັນດາປະເທດດ້ອຍພັດທະນາເຕີບໃຫຍ່ຂະຫຍາຍຕົວ ແລະ ບັນລຸການປະຫຍັດຕໍ່ຂະໜາດໃນຂົງເຂດຕະຫຼາດຊ່ອງວ່າງຂອງຕ່ອງໂສ້ມູນຄ່າ ຫຼື ຕ່ອງໂສ້ການສະໜອງຂອງໂລກ ຊຶ່ງເຂົາອາດຈະບໍ່ມີຂີດຄວາມສາມາດດຳເນີນການຜະລິດແບບຄົບຊຸດເພື່ອໃຫ້ໄດ້ແຫຼ່ງກໍາເນີດສິນຄ້າ. • E.g. SMEs in Lao PDR 98.8 %,
III. ຍ້ອນຫຍັງການສະສົມແບບເຕັມສ່ວນຈຶ່ງສຳຄັນສຳລັບສປປລາວ? (2) • ບັນດາວິສາຫະກິດ ກໍຈະມີຄວາມຢືດຢຸ່ນໃນການຫາແຫຼ່ງຊັບພະຍາກອນວັດຖຸດິບ, ອາໄຫຼ່ ແລະ ສ່ວນປະກອບຕ່າງໆຈາກຜູ້ສະໜອງທີ່ມີປະສິດທິພາບທີ່ສຸດທົ່ວທັງເຂດການຄ້າເສລີລະຫວ່າງພາກພື້ນ (RCEP) ແລະ ເພື່ອໃຫ້ວັດຖຸດິບເຫຼົ່ານັ້ນ ໃຫ້ນັບເຂົ້າໃສ່ເພື່ອໃຫ້ໄດ້ສະຖານະພາບຂອງແຫຼ່ງກໍາເນີດສິນຄ້າຂອງພວກເຂົາ • ເຮັດໃຫ້ມີປະສິດທິພາບ ແລະ ຄວາມສາມາດໃນການແຂ່ງຂັນຫຼາຍທີ່ສຸດ ໂດຍການຂະຫຍາຍທາງເລືອກຕ່າງໆສຳລັບວັດຖຸດິບທີ່ບໍ່ມີແຫຼ່ງກໍາເນີດສິນຄ້າໃນເຂດການຄ້າເສລີ ໄດ້ສະຖານະພາບແຫຼ່ງກໍາເນີດສິນຄ້າ. • ດຶງດູດການລົງທຶນເຂົ້າໃນບັນດາປະເທດທີ່ເຂົ້າຮ່ວມເຂດການຄ້າເສລີລະຫວ່າງພາກພື້ນ ໂດຍການສະໜອງເງື່ອນໄຂທີ່ຖືກຕ້ອງເພື່ອການຂະຫຍາຍຕົວ ແລະ ການປັບປຸງທາງດ້ານຜະລິດຕະພາບໃນການຜະລິດ.
ບາງບັນຫາທ້າທາຍ • ບາງບັນຫາທ້າທາຍ ກໍຄືວ່າ ເນື່ອງຈາກການຜະລິດຈະມີລັກສະນະເປັນສ່ວນຍ່ອຍ (fragmentation) ແລະ ສາມາດນໍາໃຊ້ວັດຖຸດິບສ່ວນຍ່ອຍຈາກພາກພື້ນ ແລະ ຈາກແຫຼ່ງອື່ນບາງຄັ້ງອາດຈະເຮັດໃຫ້ບໍ່ນໍາໃຊ້ວັດຖຸດິບພາຍໃນ ຫຼື ການປະກອບສ່ວນໃນຕ່ອງໂສ້ການຜະລິດໂລກມີເປີເຊັນທີ່ຕໍ່າ ຊຶ່ງຜົນປະໂຫຍດທີ່ໄດ້ ອາດຈະບໍ່ຫຼາຍເທົ່າທີ່ຄາດໄວ້ ໂດຍສະເພາະ ການສົ່ງເສີມການຜະລິດພາຍໃນ
IV. ສະຫຼຸບແລະຂໍ້ສະເໜີ (1) • ພາລະໜັກໜ່ວງຂອງຕົ້ນທຶນການຜະລິດທີ່ເກີດຈາກລະບຽບການດ້ານແຫຼ່ງກໍາເນີດສິນຄ້າທີ່ຈຳກັດ ສາມາດຫຼຸດຜ່ອນລົງໄດ້ລະດັບໜຶ່ງ ໂດຍການອະນຸຍາດໃຫ້ນໍາໃຊ້ການສະສົມຂອງວັດຖຸດິບ-ຜະລິດຕະພັນເພື່ອຜະລິດບາງສ່ວນທີ່ມີຂໍ້ຈໍາກັດໜ້ອຍລົງ ຫຼື ນໍາໃຊ້ ການສະສົມຂອງວັດຖຸດິບ-ຜະລິດຕະພັນເພື່ອຜະລິດແບບເຕັມທີ່ (full cumulation) ໂດຍອະນຸຍາດໃຫ້ໃຊ້ວັດຖຸດິບຈາກພາຍນອກ ແລະ ເພີ່ມລະດັບການຈຳກັດຕໍ່າສຸດ (de minimus)ໃຫ້ສູງຂຶ້ນ.
IV. ສະຫຼຸບແລະຂໍ້ສະເໜີ (2) • ຕົ້ນທຶນໃນການຄຸ້ມຄອງບໍລິຫານຍັງສາມາດຫຼຸດຜ່ອນລົງໄດ້ຕື່ມດ້ວຍແນວທາງທີ່ເປັນມິດຕໍ່ຜູ້ຄ້າເພີ່ມຂຶ້ນ ເຊັ່ນ: ການນໍາໃຊ້ແນວທາງການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ. • ການເປີດເສລີ ແລະ ລະບົບການສະສົມຂອງວັດຖຸດິບທີ່ສາມາດເຂົ້າເຖິງໄດ້ ແມ່ນຈໍາເປັນຍິ່ງສຳລັບຜົນປະໂຫຍດຂອງສັນຍາ ແລະ ສະແດງໃຫ້ເຫັນເຖິງພັນທະການເພີ່ມບໍລິມາດການຄ້າຢ່າງແທ້ຈິງຂອງຄູ່ສັນຍາໃນຂົງເຂດການເຊື່ອມໂຍງເສດຖະກິດກັບສາກົນ.