150 likes | 979 Views
ຊື່ ແລະນາມສະກຸນ: ສົມມີໄຊ ເຕໂຊ ວຸດທິການສຶກສາ: ລະດັບປະລິນຍາໂທ ວິຊາສະເພາະ: ສາຂາບໍລິຫານການສຶກສາ ວິຊາສະເພາະອື່ນ: ພາສາຍີ່ປຸ່ນ ງານຍາມຫວ່າງ: ດົນຕີ ແລະຮ້ອງເພງ ໂທລະສັບ: 020 5541 0158 020 2820 4050. ບົດທີ 1: ຫຼັກການ ແລະຂະບວນ ການບໍລິຫານ. 1. ຄວາມໝາຍຂອງການບໍລິຫານ
E N D
ຊື່ ແລະນາມສະກຸນ: ສົມມີໄຊ ເຕໂຊ ວຸດທິການສຶກສາ: ລະດັບປະລິນຍາໂທ ວິຊາສະເພາະ: ສາຂາບໍລິຫານການສຶກສາ ວິຊາສະເພາະອື່ນ: ພາສາຍີ່ປຸ່ນ ງານຍາມຫວ່າງ: ດົນຕີ ແລະຮ້ອງເພງ ໂທລະສັບ: 020 5541 0158 020 2820 4050
ບົດທີ 1: ຫຼັກການ ແລະຂະບວນການບໍລິຫານ 1. ຄວາມໝາຍຂອງການບໍລິຫານ ການບໍລິຫານເປັນຂະບວນການດຳເນີນງານເພື່ອໃຫ້ບັນລຸເປົ້າໝາຍຂອງອົງກອນ ໂດຍອາໄສ “ໜ້າທີ່ທາງການບໍລິຫານ” ທີ່ສຳຄັນຄື: ການວາງແຜນ (Planning), ການຈັດອົງກອນ (Organizing), ການນຳພາ (Leading), ແລະການຄວບຄຸມ (Controling); * ໜ້າທີ່ທາງການບໍລິຫານ ນັກທິດສະດີບາງທ່ານອາດຈຳແນກແຕກຕ່າງກັນເຊັ່ນ Fayol ຈຳ ແນກເປັນ 5 ໜ້າທີ່ ຄື: ການວາງແຜນ, ການຈັດອົງກອນ, ການສັ່ງການ, ການປະ ສານງານ ແລະການຄວບຄຸມ. ຫຼື Gulick ຈຳແນກເປັນ 7 ໜ້າທີ່ ຄື: ການວາງແຜນ, ການຈັດອົງກອນ, ການຈັດບຸກຄະລາກອນ, ການສັ່ງການ, ການປະສານງານ, ການລາຍງານ ແລະການງົບປະມານ;
ຄວາມໝາຍຂອງຜູ້ບໍລິຫານ ຜູ້ບໍລິຫານໝາຍເຖິງ ບຸກຄົນທີ່ຮັບຜິດຊອບໃຫ້ການປະຕິບັດ ວຽກງານຂອງອົງກອນເປັນໄປມີປະສິດທິພາບ ແລະປະສິດທິຜົນ ໃນອົງກອນທຸລະກິດ ເອີ້ນວ່າ: ຜູ້ຈັດການ (Manager) ແຕ່ໃນອົງ ກອນຂອງເອີ້ນວ່າ: ຜູ້ບໍລິຫານ (Administrator) ດັ່ງນັ້ນໃນອົງ ກອນທຸລະກິດຈະໃຊ້ຄຳວ່າ ການຈັດການ (Management) ແລະ ອົງກອນຂອງລັດ ໃຊ້ຄຳວ່າການບໍລິຫານ (administration)
ການບໍລິຫານເປັນຂະບວນການທາງສັງຄົມທີ່ສາມາດເບິ່ງເຫັນໄດ້ 3 ທາງຄື: 1) ທາງດ້ານໂຄງສ້າງ: ເປັນຄວາມສໍາພັນລະຫວ່າງຜູ້ບັງຄັບບັນຊາ ແລະຜູ້ໃຕ້ບັງຄັບບັນຊາຕາມລໍາດັບຂັ້ນຕອນຂອງສາຍບັງຄັບບັນຊາ. 2) ທາງດ້ານໜ້າທີ່: ເປັນຂັ້ນຕອນຂອງໜ່ວຍງານທີ່ໄດ້ລະບຸບົດບາດ, ໜ້າທີ່, ຄວາມຮັບຜິດຊອບ ແລະສິ່ງອໍານວຍຄວາມສະດວກຕ່າງໆເພື່ອໃຫ້ສໍາເລັດຕາມເປົ້າໝາຍ. 3) ທາງດ້ານການປະຕິບັດ: ແມ່ນເປັນຂະບວນການທີ່ບຸກຄົນ ແລະບຸກຄົນຕ້ອງການຮ່ວມເຮັດປະຕິກິລິຍາຊຶ່ງກັນແລະກັນ.
ລັກສະນະເດັ່ນທີ່ເປັນສາກົນຂອງການບໍລິຫານຄື:ລັກສະນະເດັ່ນທີ່ເປັນສາກົນຂອງການບໍລິຫານຄື: 1) ການບໍລິຫານຕ້ອງມີຈຸດປະສົງຫຼືເປົ້າໝາຍ. 2) ຕ້ອງອາໄສປັດໄຈບຸກຄົນເປັນອົງປະກອບສໍາຄັນ. 3) ຕ້ອງໃຊ້ຊັບພະຍາກອນບໍລິຫານເປັນອົງປະກອບພື້ນຖານ. 4) ຕ້ອງມີລັກສະນະການດໍາເນີນງານທີ່ເປັນຂະບວນການທາງ ສັງຄົມ. 5) ຕ້ອງເປັນການດໍາເນີນງານຮ່ວມກັນລະຫວ່າງກຸ່ມບຸກຄົນນັບ ແຕ່ 2 ຄົນຂຶ້ນໄປ. 6) ຕ້ອງອາໄສການຮ່ວມມືຮ່ວມໃຈເພື່ອໃຫ້ພາລະກິດບັນລຸວັດ ຖຸປະສົງ. 7) ເປັນການຮ່ວມມືການດໍາເນີນງານຢ່າງມີເຫດຜົນ. 8) ມີລັກສະນະເປັນການກວດສອບຜົນການປະຕິບັດງານກັບ ວັດຖຸປະສົງທີ່ກໍານົດໄວ້. 9) ການບໍລິຫານບໍ່ມີຕົວຕົນ ແຕ່ມີອິດທິພົນຕໍ່ຄວາມເປັນຢູ່ຂອງ ມະນຸດ.
ການບໍລິຫານເປັນສິລະປະ, ເປັນສາດ ແລະເປັນວິຊາຊີບ • ການບໍລິຫານເປັນສິລະປະ(Arts) ໝາຍເຖິງທັກສະ ແລະຄວາມຮູ້ທີ່ແຕ່ລະບຸກຄົນ ໄດ້ພັດທະນາຂຶ້ນ ເພື່ອໃຫ້ບັນລຸຈຸດໝາຍໃດຈຸດໝາຍໜຶ່ງ ໂດຍທັກສະ ແລະຄວາມຮູ້ທີພັດ ທະນາຂຶ້ນນັ້ນ ອາດເກີດຈາກການຝຶກຝົນຫຼືການເຮັດວຽກຮ່ວມກັບບຸກຄົນອື່ນທີ່ມີຄວາມຊຳ ນານຫຼືການພັດທະ ນາ ທັກສະທາງການບໍລິຫານເປັນຢ່າງດີແລ້ວ ຄ້າຍຄືກັນກັບນັກດົນຕີ ຫຼືຈິດຕະກອນທີ່ໄດ້ຝຶກຝົນ ຫຼືຮຽນຮູ້ຈາກນັກດົນຕີຫຼືຈິດຕະກອນທີ່ມີຄວາມຊຳນານຫຼືທັກສະ ສູງ. • ການບໍລິຫານເປັນສາດ(Science)ໝາຍເຖິງ ຄວາມຮູ້ທີ່ເກີດຈາກການສືບຄົ້ນຫາ ຄວາມຮູ້ໃໝ່ໆດ້ວຍວິທີການແບບວິທະຍາສາດມີການຮວບຂໍ້ມູນການວິເຄາະແລະປະມວນ ຜົນຂໍ້ມູນ ການຕັ້ງສົມມຸດຖານ ແລະທົດສອບສົມມຸດຖານ ເປັນຕົ້ນ. ເວົ້າແບບງ່າຍໆກໍ່ຄື ສິລປະ ເປັນເລື່ອງຂອງການກະທຳ ການຝຶກຝົນເພື່ອຄວາມຊຳນານ ສ່ວນສາດເປັນເລື່ອງ ຂອງຄວາມຮູ້ ຮູ້ວ່າຈະເຮັດຫຍັງ ແລະຈະເຮັດແນວໃດ ( Art is doing, and science is knowing what and how to do) .
+ ປັດໄຈໃນການບໍລິຫານ: ປັດໄຈພື້ນຖານທາງການບໍລິຫານມີ 4 ຢ່າງທີ່ເອີ້ນກັນວ່າ 4Ms ໄດ້ແກ່: 1) ຄົນ (Man) 2) ເງິນ (Money) 3) ວັດຖຸສິ່ງຂອງ (Materials) 4) ການຈັດການ (Management) + ຂໍ້ຈໍາກັດທາງການບໍລິຫານ: 1) ສະຖານະພາບທາງພູມີສາດ 2) ປະຊາກອນ 3) ຊັບພະຍາກອນ 4) ລັກສະນະນິໄສ ແລະຄວາມສາມາດຂອງຄົນໃນຊາດ 5) ຄວາມເຊື່ອ ແລະຄວາມສັດທາ 6) ຂະນົບທໍານຽມ ແລະປະເພນີ 7) ຄ່ານິຍົມ ແລະອຸດົມການທາງສັງຄົມ
1.3. ໜ້າທີ່ຂອງການບໍລິຫານ: ໜ້າທີ່ ທີ່ສໍາຄັນຂອງການບໍລິຫານໄດ້ແກ່: 1.3.1 ການວາງແຜນ (Planning)ມີຂັ້ນຕອນທີ່ສໍາຄັນ 2 ປະ ການຄື ຂັ້ນຕອນທໍາອິດໄດ້ແກ່ການ ກໍານົດແນວທາງການດໍາເນີນງານໃນໄລຍະຍາວຂອງອົງກອນນັ້ນວ່າຈະເປັນໄປໃນທິດທາງໃດ, ຂັ້ນຕອນ ທີສອງແມ່ນການກໍານົດວັດຖຸປະສົງສະເພາະທີ່ແນ່ນອນຂອງການດໍາເນີນງານຫຼືເອີ້ນອີກຢ່າງ ໜຶ່ງວ່າ ການກໍານົດແຜນໄລຍະສັ້ນເພື່ອໃຫ້ຮູ້ວ່າຈະເຮັດແນວໃດຈຶ່ງຈະບັນລຸເປົ້າໝາຍທີ່ກໍານົດໄວ້. 1.3.2 ການຈັດອົງກອນ (Organizing)ໄດ້ແກ່ການພັດທະ ນາໂຄງສ້າງຂອງອົງກອນເພື່ອໃຫ້ການ ໃຊ້ຊັບພະຍາກອນຕ່າງໆໃນອົງກອນໃຫ້ສອດຄ່ອງ ແລະປະສານງານກັນ ຫຼືເວົ້າອີກຢ່າງໜຶ່ງເພື່ອປະ ສິດທິພາບໃນການດໍາເນີນງານໃຫ້ເປັນໄປຕາມແຜນງານທັງໄລຍະສັ້ນ ແລະໄລຍະຍາວ. ຂັ້ນຕອນໃນ ການຈັດຮູບວຽກເລີ່ມຈາກ ການແບ່ງວຽກ, ການແບ່ງອໍານາດໜ້າທີ່ຄວາມຮັບຜິດຊອບ, ກໍານົດຄວາມ ສໍາພັນຂອງຄົນກັບວຽກ ແລະສາຍງານການຕິດຕໍ່ພາຍໃນອົງກອນ.
1.3.3.ການອໍານວຍການ (Directing)ເປັນໜ້າທີ່ທີ່ກ່ຽວຂ້ອງກັບຄົນຫຼືຈະ ໃຊ້ຄົນແນວໃດຈຶ່ງຈະໄດ້ ຜົນ ງານຫຼາຍທີ່ສຸດ ຈະຕ້ອງສຶກສາກ່ຽວກັບຄວາມເປັນຜູ້ນໍາ ການຈູງໃຈ ແລະ ການຕິດຕໍ່ສື່ສານລະ ຫວ່າງບຸກຄົນ ຜູ້ບໍລິຫານຈະຕ້ອງເລີ່ມດ້ວຍການສ້າງບັນຍາກາດໃນອົງກອນເພື່ອເປັນສິ່ງທີ່ຈູງໃຈໃຫ້ ຄົນຢາກເຮັດວຽກ, ໃຫ້ຜູ້ປະຕິບັດວຽກງານໃຫ້ມີຄວາມເພິ່ງພໍໃຈ ຊ່ວຍເຫຼືອໃຫ້ຄໍາປຶກສາ ແລະ ຊັກຈູງ ໃຫ້ຄົນສະແດງອອກທາງພຶດຕິກໍາທີ່ກໍ່ໃຫ້ເກີດຄວາມສໍາເລັດໃນການເຮັດວຽກ. 1.3.4ການຄວບຄຸມ (Controlling)ຈຸດມຸ່ງໝາຍພາຍໃນການຄວບຄຸມກໍ່ເພື່ອໃຫ້ວຽກງານດໍາເນີນ ໄປຕາມແຜນທີ່ວາງໄວ້ຊຶ່ງມີຂັ້ນຕອນສໍາຄັນ 4 ປະການ ຄື: 1) ມີການກໍານົດມາດຕະຖານຂອງວຽກຂຶ້ນ. 2) ມີການວັດຜົນການປະຕິບັດວຽກງານທີ່ເຮັດຕົວຈິງ. 3) ມີການປຽບທຽບມາດຕະຖານກັບຜົນງານ. 4) ມີການແກ້ໄຂຖ້າຜົນງານຕົວຈິງແຕກຕ່າງໄປຈາກມາດຕະຖານທີ່ກໍາ ນົດໄວ້.
1.4. ປະເພດຂອງຜູ້ບໍລິຫານ: ຄໍາວ່າ “ ຜູ້ບໍລິຫານ ” ເປັນການໃຊ້ໃນຄວາມໝາຍທີ່ກວ້າງຂວາງເພື່ອຊີ້ໃຫ້ເຫັນວ່າບຸກ ຄົນໃດໆກໍ່ ຕາມທີ່ພະຍາຍາມເຮັດໃຫ້ເກີດຄວາມສໍາເລັດໃນເປົ້າໝາຍຂອງອົງກອນ ໂດຍໃຊ້ກໍາລັງຄວາມພະຍາ ຍາມຂອງບຸກຄົນອື່ນ ບຸກຄົນທີ່ມີອໍານາດໜ້າທີ່ຕໍ່ບຸກຄົນອື່ນ ຄືຜູ້ບໍລິຫານ ໃນສ່ວນນີ້ຈະພິຈາລະນາເຖິງ ປະເພດຂອງຜູ້ບໍລິຫານທີ່ແຕກຕ່າງກັນ. ໂດຍທົ່ວໄປການບໍລິຫານຂອງອົງກອນຕ່າງໆຈະຈໍາແນກການບໍລິຫານອົງກອນອອກເປັນລະດັບ ຕ່າງໆໄດ້ແກ່: 1) ສະພາບໍລິຫານອົງກອນ (Board of Directors) ມີບົດບາດໜ້າທີ່ໃນການກໍານົດພາລະກິດ (Mision) ຂອງອົງກອນ. 2) ຜູ້ບໍລິຫານລະດັບສູງ (Top Executives) ມີບົດບາດໜ້າທີ່ໃນການນໍາເອົາພາລະກິດທີ່ກໍານົດ ໂດຍສະພາບໍລິຫານຂອງອົງກອນມາຜັນຂະຫຍາຍເປັນແຜນຍຸດທະສາດ (Strategic Plan) ເພື່ອເປັນ ເຄື່ອງມືສໍາຄັນໃນການບໍລິຫານອົງກອນໃຫ້ບັນລຸເປົ້າໝາຍຕາມພາລະກິດທີ່ສະພາບໍລິຫານຂອງອົງກອນກໍານົດ. 3) ຜູ້ບໍລິຫານລະດັບກາງ (Middle-level Managers) ມີບົດບາດໜ້າທີ່ໃນການເຊື່ອມຍົງລະ ຫວ່າງ ຜູ້ບໍລິຫານລະດັບສູງ ແລພຜູ້ບໍລິຫານລະດັບຕົ້ນ ໂດຍມີໜ້າທີ່ປ່ຽນແຜນຍຸດທະສາດໃຫ້ເປັນແຜນບໍລິຫານ (Managerial Plan) ຊຶ່ງຈະມີຄວາມເປັນຮູບປະທໍາຊັດເຈນຂຶ້ນເພື່ອໃຫ້ຜູ້ບໍລິຫານລະດັບຕົ້ນສາ ມາດນໍາໄປເຮັດເປັນແຜນປະຕິບັດໃຫ້ສອດຄ່ອງກັບເປົ້າໝາຍແລະຈຸດປະສົງຂອງແຜນຍຸດທະສາດ. 4) ຜູ້ບໍລິຫານລະດັບຕົ້ນ (First-level Managers) ມີບົດບາດໜ້າທີ່ໃນການຜັນຂະຫຍາຍແຜນ ບໍລິຫານໃຫ້ເປັນແຜນປະຕິບັດ (Operational Plan) ເພື່ອໃຫ້ໜ່ວຍງານຕ່າງໆ ສາມາດນໍາໄປປະຕິ ບັດ ໄດ້ຢ່າງຖືກຕ້ອງສອດຄ່ອງກັບເປົ້າໝາຍ ແລະວັດຖຸປະສົງຂອງແຜນບໍລິຫານ ແລະແຜນຍຸດທະສາດ.
1.5. ລະດັບ ແລະທັກສະຂອງຜູ້ບໍລິຫານ ຜູ້ບໍລິຫານທຸກຄົນຈະຕ້ອງປະກອບມີທັກສະພື້ນຖານຢູ່ 3 ປະເພດຄື: 1. ທັກສະທາງດ້ານເຕັກນິກ: ຄືຄວາມສາມາດໃນການໃຊ້ເຄື່ອງ ມື ລະບຽບວິທີປະຕິບັດວຽກງານ ຫຼືເຕັກນິກຕ່າງໆ ຂອງສາຂາວິຊາສະ ເພາະ ເຊັ່ນ ນັກວິສະວະກອນ, ນັກດົນຕີ ຫຼືນັກບັນຊີທຸກຄົນຈະຕ້ອງມີທັກສະດ້ານເຕັກນິກໃນຂອບເຂດວຽກງານຂອງໃຜມັນ, ຜູ້ບໍລິຫານຕ້ອງການທັກສະທາງດ້ານ ເຕັກນິກທີ່ພຽງພໍສໍາລັບ “ ຄວາມສໍາເລັດຂອງວຽກ ຢ່າງໃດຢ່າງໜຶ່ງໂດຍສະເພາະ ” ທີ່ເຂົາເຈົ້າຮັບຜິດຊອບຢູ່. 2. ທັກສະທາງດ້ານມະນຸດສໍາພັນ ຄື ຄວາມສາມາດໃນການເຮັດວຽກຮ່ວມກັນ, ເຂົ້າໃຈ ແລະ ຈູງໃຈບຸກຄົນອື່ນ ບໍ່ວ່າຈະເປັນບຸກຄົນ ຫຼື ກຸ່ມຄົນ ຜູ້ບໍລິຫານຕ້ອງການທັກສະທາງດ້ານມະນຸດສໍາພັນ ດັ່ງກ່າວເພື່ອຄວາມມີປະສິດທິພາບສໍາລັບການເປັນຜູ້ນໍາ.
3. ທັກສະທາງດ້ານຄວາມຄິດ ຄື ຄວາມສາມາດທາງດ້ານສະໝອງ, ການປະສານງານ ແລະການ ເຮັດໃຫ້ເປັນອັນໜຶ່ງອັນດຽວກັນຂອງຜົນປະໂຫຍດ ແລະກິດຈະກໍາຕ່າງໆທັງໝົດຂອງອົງກອນ, ທັກສະ ທາງດ້ານຄວາມຄິດຈະເປັນຄວາມສາມາດຂອງຜູ້ບໍລິຫານໃນການເບິ່ງອົງກອນໂດຍລວມ ແລະມີຄວາມ ເຂົ້າໃຈວ່າສ່ວນຕ່າງໆຂອງອົງກອນຂຶ້ນຢູ່ກັບສ່ວນອື່ນໆແນວໃດ ແລະການປ່ຽນແປງຂອງສ່ວນໃດໜຶ່ງ ຈະມີຜົນກະທົບຕໍ່ອົງກອນໂດຍລວມແນວໃດ ຜູ້ບໍລິຫານຕ້ອງການທັກສະດ້ານຄວາມຄິດທີ່ພຽງພໍສໍາລັບ ການພິຈາລະນາວ່າ ປັດໄຈຕ່າງໆຂອງສະຖານະການໃດສະຖານະການໜຶ່ງມີຄວາມກ່ຽວພັນລະຫວ່າງກັນຢ່າງໃດ ເພື່ອເຮັດໃຫ້ການກະທໍາຂອງລາວເປັນຜົນດີກັບອົງກອນ.
ຄວາມສໍາຄັນຂອງທັກສະທາງດ້ານຄວາມຄິດ ຈະເພີ່ມຂຶ້ນສໍາລັບລະດັບການບໍລິການທີ່ສູງຂຶ້ນໄປ ຜູ້ບໍລິຫານລະດັບສູງຈະກ່ຽວຂ້ອງກັບການຕັດສີນໃຈທີ່ມີຜົນກະທົບຕໍ່ອົງກອນເກືອບທັງໝົດ ສໍາລັບຜູ້ບໍລິ ຫານລະດັບສູງສຸດ ຊຶ່ງເປັນຜູ້ຮັບຜິດຊອບອົງກອນໂດຍລວມນັ້ນ ທັກສະທາງດ້ານຄວາມຄິດຈະມີ ຄວາມສໍາຄັນຫຼາຍທີ່ສຸດໃນບັນດາທັກສະທັງໝົດ ດັ່ງແຜນວາດລຸ່ມນີ້: ທັກສະທີ່ຕ້ອງ ການສໍາລັບລະ ດັບການບໍລິຫານ ໃນລະດັບຕ່າງໆ ແຜນວາດສະແດງທັກສະຂອງຜູ້ບໍລິຫານໃນລະດັບຕ່າງໆ