210 likes | 1.24k Views
ແຜນຍຸດ ທະສາດແຫ່ງ ຊາດ ວ່າ ດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ສຳລັບ ປີ 2011 ເຖິງ 2020 “ ເສັ້ນທາງກ້າວສູ່ຄວາມປອດໄພ II ” ສະເ ໜ ີໂດຍ ພູຂຽວ ຈັນທະສົມບູນ ກໍາມະການ ຄຊກລ , ຫົວ ໜ້າຫ້ອງການ. ແຜນການນຳສະເໜີ. 1. ບ່ອນອີງ 2 . ວິໄສທັດ 3 . ຄາດໝາຍ ແລະ ກິດຈະກຳຕົ້ນຕໍ 4 . ອົງການຈັດຕັ້ງ
E N D
ແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ສຳລັບປີ 2011 ເຖິງ 2020 “ເສັ້ນທາງກ້າວສູ່ຄວາມປອດໄພ II” ສະເໜີໂດຍພູຂຽວຈັນທະສົມບູນ ກໍາມະການຄຊກລ, ຫົວໜ້າຫ້ອງການ
ແຜນການນຳສະເໜີ 1. ບ່ອນອີງ 2. ວິໄສທັດ 3. ຄາດໝາຍແລະກິດຈະກຳຕົ້ນຕໍ 4. ອົງການຈັດຕັ້ງ 5. ຄວາມຕ້ອງການທຶນຮອນ 6. ການຕິດຕາມກວດກາ ແລະປະເມີນຜົນ
1. ບ່ອນອີງ ບັນດານິຕິກຳ ຂອງລັດຖະບານ: • ດຳລັດເລກທີ 406/ນຍ, ວັນທີ 08 ພະຈິກ 2011 • ດຳລັດເລກທີ 61/ນຍ, ວັນທີ 16 ມີນາ 2009 • ຂໍ້ຕົກລົງຂອງປະທານ ຄຊກລ ເລກທີ 01/ຄຊກລ, ວັນທີ 30 ມີ 2005 • ຂໍ້ຕົກລົງຂອງປະທານ ຄຊກລ ສະບັບເລກທີ 04/ຄຊກລ, ລົງວັນທີ 08 ມັງກອນ 2009 ບັນດາສົນທິສັນຍາສາກົນ: • ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ • ສົນທິສັນຍາກ່ຽວກັບສິດທິຄົນພິການ ຖະແຫຼງການຢູເອັນເອັດແຄັບກ່ຽວກັບທົດສະວັດແຫ່ງຄົນພິການ.
ແຜນຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກແຜນຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປລາວ “ເສັ້ນທາງກ້າວສູ່ຄວາມປອດໄພ II” • ລັດຖະບານຮັບຮອງ, ສະບັບເລກທີ່ 01/ນຍ, ລົງວັນທີ 22 ມີຖຸນາ 2012. • ເປັນແຜນຍຸດທະສາດສະບັບທີສອງ, ສະບັບນີ້ ມີອາຍຸສອດຄ່ອງກັບແຜນພັດ ທະນາເສກຖະກິດ-ສັງຄົມແຫ່ງຊາດຂອງລັດຖະບານ.
ວິໄສທັດ ເຮັດໃຫ້ ສປປ ລາວ ປັດສະຈາກໄພຂົ່ມຂູ່ຈາກ ລບຕ, ເຮັດໃຫ້ບຸກຄົນ ແລະ ຊຸມຊົນດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ປອດໄພ, ຮັບປະກັນໃຫ້ຄວາມຕ້ອງ ການຂອງຜູ້ຖືກເຄາະຮ້າຍຈາກ ລບຕ ໄດ້ຮັບການຕອບສະໜອງ ແລະສາມາດດຳ ລົງຊີວິດຢູ່ໃນສັງຄົມໄດ້ເປັນຢ່າງດີ.
3. ຄາດໝາຍແລະກິດຈະກໍາ. 1). ຫຼຸດຜ່ອນຈຳນວນຜູ້ຖືກບາດເຈັບແລະເສຍຊີວິດຈາກລບຕ 300 ຄົນໃຫ້ລົງຕ່ຳກ່ວາ 75 ຄົນຕໍ່ປີ. ກິດຈະກໍາຕົ້ນຕໍ. • ສ້າງນິຕິກໍາ, ສ້າງສິ່ງໂຄສະນາ • ເຝິກອົບຮົມ(ອາສາສະໝັກບ້ານ, ອົງການປະຕິບັດງານ, ກະຊວງ ແລະ ອົງການທຽບເທົ່າ) • ຊຸກຍູ້ໃຫ້ມີການປະຕິບັດຮ່ວມກັນລະຫວ່າງ 3 ວຽກງານ ສຶກສາຄວາມສ່ຽງ, ເກັບກູ້ ແລະ ຊ່ວຍເຫຼືອຜູ້ເຄາະຮ້າຍ • ດໍາເນີນການໂຄສະນາສຶກສາຄວາມສ່ຽງຕໍ່ກຸ່ມສ່ຽງ
2). ຮັບປະກັນຕອບສະໜອງຄວາມຕ້ອງການຂອງຜູ້ຖືກເຄາະຮ້າຍຈາກລບຕດ້ານການປິ່ນປົວທາງການແພດແລະການຟື້ນຟູສຸຂະພາບໃຫ້ສອດຄ່ອງກັບບັນດາພັນທະຂອງສົນທິສັນຍາ. ກິດຈະກໍາຕົ້ນຕໍ. • ເກັບກຳ, ວິເຄາະ, ສ້າງແຜນທີ່, ບຳລຸງຮັກສາ ແລະ ເຜີຍແຜ່ຂໍ້ມູນຂ່າວສານ • ປັບປຸງແລະສ້າງສິ່ງອໍານວຍຄວາມສະດວກ (ສຸກສາລາ,ໂຮງໝໍ, ສູນຟື້ນຟູແລະລະບົບການຂົນສົ່ງ) • ສະໜອງການປິ່ນປົວ, ການຟື້ນຟູ, ໃຫ້ອາຊີບ ແລະໂຄສະນາສິດ
3). ປົດປ່ອຍເນື້ອທີ່ດິນບູລິມະສິດແລະກວດກູ້ລະເບີດບໍ່ທັນແຕກໂດຍສອດຄ່ອງກັບມາດຕະຖານແຫ່ງຊາດແລະພັນທະຂອງສົນທິສັນຍາສາກົນ. ກິດຈະກໍາຕົ້ນຕໍ. • ສໍາຫຼວດພື້ນທີ່ລະເບີດຕົກຄ້າງແລະກໍານົດບູລິມະສິດການກວດກູ້ • ສ້າງຄວາມອາດສາມາດກໍາລັງການສໍາຫຼວດແລະກວດກູ້ (ກອງທັບ, ອົງການເກັບກູ້ລະເບີດຂອງລາວແລະຕ່າງປະເທດແລະບໍລິສັດ) • ຄົ້ນຄ້ວາທົດລອງ, ນໍາໃຊ້ເຕັກນິກ-ເຕັກໂນໂລຊີ • ກວດກູ້ ແລະທໍາລາຍ ( ສໍາຫຼວດແບບເຕັກເນັກ, ສໍາຫຼວດທົ່ວໄປ, ທໍາລາຍເຄື່ອນທີ່ ແລະເກັບກູ້ເຕັມສ່ວນ: ປົດປ່ອຍທີ່ດິນ) • ປະເມີນຜົນພາຍຫຼັງການກວດກູ້
4).ຮັບປະກັບປະສິດທິພາບຂອງການນຳພາ, ການປະສານງານແລະການຈັດຕັ້ງ ປະຕິບັດ. ກິດຈະກໍາຕົ້ນຕໍ. • ສ້າງ ແລະ ບຳລຸງຮັກສາຖານຂໍ້ມູນແຫ່ງຊາດ ແລະ ສະໜອງຂໍ້ມູນດັ່ງກ່າວໃຫ້ບັນດາຄູ່ຮ່ວມງານ • ສ້າງແຜນການແຕ່ລະໄລຍະເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ • ຄົ້ນຄ້ວາຄວາມຕ້ອງການທຶນ • ສ້າງຄູ່ຮ່ວມງານເພື່ອປະກອບທຶນແບບບໍ່ມີເງື່ອນໄຂ ແລະ ແບບຫຼາຍປີ,ສ້າງຕັ້ງກອງທຶນພິເສດ (ກອງທຶນຊ່ວຍເຫຼືອລ້າ) • ແລກປ່ຽນຂໍ້ມູນຂ່າວສານເພື່ອພັດທະນາການຈັດຕັ້ງປະຕິບັດໂດຍຜ່ານສາມກອງປະຊຸມເຕັກນິກ (TWG) ແລະ ກອງປະຊຸມກຸ່ມຂະແໜງການ (SWG)
5). ສ້າງຄວາມອາດສາມາດແບບຍືນຍົງແຫ່ງຊາດໃຫ້ເຊື່ອມສານຢ່າງເຕັມສ່ວນ ເຂົ້າໃນສະຖາບັນຈັດຕັ້ງຂອງລັດຖະບານ. ກິດຈະກໍາຕົ້ນຕໍ. • ຮັບປະກັນໃຫ້ແຜນຍຸດທະສາດ, ແຜນປະຕິບັດງານ ແລະ ແຜນພັດທະນາເສດຖະກິດ-ສັງຄົມທຸກຂັ້ນ ຕ້ອງບັນຈຸວຽກແລະງົບປະມານປະຕິບັດວຽກງານແກ້ໄຂ ລບຕ. • ສ້າງຄວາມເຂັ້ມແຂງໃຫ້ສະຖາບັນການຈັດຕັ້ງຂອງລັດຖະບານເພື່ອຕອບສະໜອງໃນການແກ້ໄຂລບຕ(ເປັນວຽກຂອງຂະແໜງການ) • ສ້າງສູນຝຶກອົບຮົມເກັບກູ້ລະເບີດແຫ່ງຊາດ. • ສ້າງແຜນໄລຍະຍາວໃນການນໍາໃຊ້ຊ່ຽວຊານຕ່າງປະເທດ.
6).ຈັດຕັ້ງປະຕິບັດພັນທະສົນທິສັນຍາສາກົນ.6).ຈັດຕັ້ງປະຕິບັດພັນທະສົນທິສັນຍາສາກົນ. ກິດຈະກໍາຕົ້ນຕໍ. • ສ້າງນິຕິກຳ ແລະ ບັງຄັບໃຊ້ນິຕິກຳ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດພັນທະສົນທິສັນຍາ, (ກົດໝາຍ, ດໍາລັດ....) • ສະໜອງບົດລາຍງານປະຈຳປີ ໃຫ້ເລຂາທິການໃຫຍ່ອົງການສະຫະປະຊາຊາດ ດັ່ງທີ່ລະບຸໄວໃນມາດຕາ 7 ຂອງສົນທິສັນຍາຕ້ານລະເບີດລູກຫວ່ານ.
4. ອົງການຈັດຕັ້ງ. 1). ອົງການຈັດຕັ້ງຄູ້ມຄອງ. - ດຳລັດເລກທີ 406/ນຍ, ວັນທີ 08 ພະຈິກ 2011, ປະກອບດ້ວຍຄະນະກໍາມະການຈາກ 17 ກະຊວງ. - ຄຊກລເປັນອົງການຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມການເມືອງສູນກາງພັກ ແລະ ລັດຖະບານແຫ່ງ ສປປ ລາວ ໃນການຄຸ້ມຄອງມະຫາພາກ, ເປັນຜູ້ຄົ້ນຄ້ວານະໂຍບາຍ, ແຜນການ, ໂຄງການ ແລະ ປະສານງານຈັດຕັ້ງປະຕິບັດແຜນຍຸດທະສາດແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ.
2). ອົງການຈັດຕັ້ງປະຕິບັດງານ • ອົງການເກັບກູ້ ລບຕ ມະນຸດສະທໍາ • ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) • ກອງເກັບກູ້ລະເບີດມະນຸດສະທໍາຂອງກອງທັບ • ອົງການເກັບກູ້ລະເບີດແມັກ ປະຈໍາລາວ (ແມັກ) • ອົງການສາກົນເພື່ອຄົນພິການ (ເຫັດໄອ) • ອົງການຮ່ວມໃຈບໍລິການສາກົນ (ໂຊດີ) • ອົງການຊ່ວຍເຫຼືອລ້າຂອງປະຊາຊົນນ໋ອກແວ (ເອັນພີເອ) • ອົງການເຮໂລທຼາດ (ເຮໂລທຼາດ) • ບໍລິສັດເກັບກູ້ ລບຕ • ບໍລິສັດ ອາສາ ເກັບກູ້ລະເບີດ • ບໍລິສັດ ພີເອັດສ໌ດີ ເກັບກູ້ລະເບີດ • ບໍລິສັດ ເອັດບີເຫັດ ເກັບກູ້ລະເບີດ • -
ບໍລິສັດ ລາວບີເອັດແອວ ເກັບກູ້ລະເບີດ • ບໍລິສັດ ລາວຢູເອັນອີໂອດີ ເກັບກູ້ລະເບີດ • ບໍລິສັດ ເອັກທີດີ ຮາຍເທັກ ເກັບກູ້ລະເບີດ • ບໍລິສັດ ທີເຫັດບີ ເກັບກູ້ລະເບີດ • ບໍລິສັດ ແສງເພັດ ເກັບກູ້ລະເບີດ • ບໍລິສັດ ແບັກເທັກ ເກັບກູ້ລະເບີດ • ບໍລິສັດ ມິວເຊີດ ເກັບກູ້ລະເບີດ • ບໍລິສັດ ພູຫຼວງ ເກັບກູ້ລະເບີດ • ກົມຊ່າງແສງຂອງກະຊວງປ້ອງກັນປະເທດແລະບໍລິສັດ ເອັມເອັມຈີ • ລ້ານຊ້າງມິນເນີໂຣນ ຈໍາກັດ
ອົງການການໂຄສະນາສຶກສາຄວາມສ່ຽງຈາກລບຕ:ອົງການການໂຄສະນາສຶກສາຄວາມສ່ຽງຈາກລບຕ: • ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) • ອົງການເກັບກູ້ລະເບີດແມັກ ປະຈໍາລາວ (ແມັກ) • ອົງການສາກົນເພື່ອຄົນພິການ (ເຫັດໄອ) • ອົງການຮ່ວມໃຈບໍລິການສາກົນ (ໂຊດີ) • ອົງການບໍລິການບັນເທົາທຸກຂອງກາໂຄລິກ (ຊີອາເອດສ໌) • ອົງການຮ່ວມໃຈນັກກິລາ (ເອັດສ໌ໂອເອັດສ໌) • ອົງການສຶກສາໂລກ (ດັບເບີນຍູອີ) • -
ອົງການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລບຕ:ອົງການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລບຕ: • ສາມະຄົມຊ່ວຍເຫຼືອ ແລະ ບັນເທົາທຸກ (ເອເອອາຣ໌) • ອົງການບໍລິການບັນເທົາທຸກຂອງກາໂຄລິກ (ຊີອາເອດສ໌) • ອົງການຊ່ວຍເຫຼືອດ້ານອົງຄະທຽມ ແລະ ເຄື່ອງຄ້ຳຊູ (ໂຄບ) • ສະມາຄົມປັບປຸງຄຸນນະພາບຊີວິດ (ຄິວແອວເອ) • ອົງການສຶກສາໂລກ (ດັບເບີນຍູອີ) • -
5. ຄວາມຕ້ອງການທຶນຮອນ • ຄາດຄະເນປະມານ50 ລ້ານໂດລາສະຫະລັດຕໍ່ປີ. • ຕົວຈິງ ປີ 2010 ໄດ້ 19 ລ້ານລ້ານໂດລາສະຫະລັດ., ປີ 2011 ໄດ້ 30 ລ້ານ ໂດລາສະຫະລັດ, ປີ 2012ໄດ້ 30 ລ້ານໂດລາສະຫະລັດ.ສະເພາະ6 ເດືອນຕົ້ນປີ 2013ໄດ້ 17 ລ້ານໂດລາສະຫະລັດ. • ທຶນຜ່ານກອງທຶນພິເສດ, ສອງຝ່າຍ ແລະ ອົງການເອັນຈີໂອ ຕ່າງປະເທດ
6. ການຕິດຕາມກວດກາ ແລະ ປະເມີນຜົນ • ຄຊກລ ເປັນຜູ້ສ້າງແຜນປີ ສອດຄ່ອງກັບຍຸດທະສາດ ແລະ ແຜນພັດທະນາເສດຖະກິດສັງຄົມ ຂອງລັດຖະບານ • ບັນດາອົງການປະຕິບັດງານ ເປັນຜູ້ສະໜອງຂໍ້ມູນ ແລະ ບົດລາຍງານຕ່າງໆໃຫ້ ຄຊກລ • ຈະມີການປະເມີນຜົນການປະຕິບັດແຜນຍຸດທະສາດແຫ່ງຊາດໃນປີ 2015 ແລະ ປີ 2020 • ບັນດາກະຊວງ, ອົງການຈັດຕັ້ງທຽບເທົ່າກະຊວງ, ບັນດາແຂວງ ແມ່ນອົງການຈັດຕັ້ງທີ່ຈະເປັນກຸນແຈ ໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດສະບັບນີ້